ຄະນະກວດກາພັກ ແລະ ອົງການກວດກາລັດເມືອງປາກທາ ແຂວງບໍ່ແກ້ວຈັດຝືກອົບຮົມວຽກງານຕິດຕາມ,ກວດກາພັກ-ລັດ ໃຫ້ກັບບັນດາກຸ່ມເປົ້າໝາຍ ຂອງກຸ່ມບ້ານຫ້ວຍພະ, ຫ້ວຍໂມງ

12/02/2023

ຄະນະກວດກາພັກ ແລະ ອົງການກວດກາລັດເມືອງປາກທາ ແຂວງບໍ່ແກ້ວຈັດຝືກອົບຮົມວຽກງານຕິດຕາມ,ກວດກາພັກ-ລັດ ໃຫ້ກັບບັນດາກຸ່ມເປົ້າໝາຍ ຂອງກຸ່ມບ້ານຫ້ວຍພະ, ຫ້ວຍໂມງ

ຄະນະກວດກາພັກ ແລະ ອົງການກວດກາລັດເມືອງປາກທາ ແຂວງບໍ່ແກ້ວ ຈັດຝືກອົບຮົມວຽກງານກວດກາພັກ-ກວດກາລັດ ໃຫ້ກັບບັນດາກຸ່ມເປົ້າໝາຍ ວັນທີ 1 ກຸມພາ 2023 ນີ້, ຄະນະກວດກາພັກ ແລະ ອົງການກວດກາລັດເມືອງປາກທາ ແຂວງບໍ່ແກ້ວຈັດຝືກອົບຮົມວຽກງານຕິດຕາມ,ກວດກາພັກ-ລັດ ໃຫ້ກັບບັນດາກຸ່ມເປົ້າໝາຍ ຂອງກຸ່ມບ້ານຫ້ວຍພະ, ຫ້ວຍໂມງ ໃຫ້ກຽດເປັນປະທານໂດຍສະຫາຍ ຄຳຈັນ ອິນທະຈັກ ຮອງເຂລາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນເມືອງ

ມີບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍບ້ານ, ພະນັກງານກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານ, ຜູ້ຮັບຜິດຊອບ 5 ໜ່ວຍງານຂອງບ້ານ ຕະຫຼອດຮອດຄະນະຮັບຜິດຊອບຂອງເມືອງເຂົ້າຮ່ວມທັງ 28 ສະຫາຍ, ຍິງ 3 ສະຫາຍ. ຈຸດປະສົງຂອງການຈັດຝຶກອົບຮັມໃນຄັ້ງນີ້, ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມສາມມາດຮັບຮູ້ເຂົ້າໃຈຕໍ່ວຽກງານກວດກາພັກ-ລັດຢ່າງເລິກເຊິ່ງ ພ້ອມທັງເປັນການຍົກສູງຄວາມຮັບຮູ້, ຄວາມສາມາດຂັ້ນພື້ນຖານໃຫ້ແກ່ພະນັກງານ ໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຄໍາຮ້ອງ-ຄຳສະເໜີ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກງານກວດກາ ໃຫ້ເຂົ້າໃຈພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ຂໍ້ກຳນົດ, ບົດແນະນຳ ແລະ ລະບຽບການ, ວິທີການ, ຂັ້ນຕອນຕ່າງໆ ໃນການເຄື່ອນໄຫວວຽກງານກວດກາຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ເອກະສານທີ່ນຳມາຝືກອົບຮົມໃນຄັ້ງນີ້ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ; ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ວຽກງານຄຳຮ້ອງ-ຄຳສະເໜີ, ການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນ ຍັງໄດ້ພ້ອມກັນແລກປ່ຽນບົດຮຽນກັບບັນດາຄູອາຈານ ແລະ ນັກສໍາມະນາກອນດ້ວຍກັນ ໃນການຈັດຕັ້ງປະຕິບັດວຽກງານກວດກາຕົວຈິງຂັ້ນຮາກຖານບ້ານໄລຍະຜ່ານມາ ເພື່ອຊອກໃຫ້ເຫັນເຖິງບັນຫາທີ່ຍັງຄົງຄ້າງ, ວິທີປັບປຸງແກ້ໄຂໃນຕໍ່ໜ້າ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຖືກຕ້ອງ, ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນຮາກຖານ. ອັນໄດ້ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດຮັບຮູ້ເຂົ້າໃຈຕໍ່ບັນດາບົດຮຽນ ແລະ ບົດບາດຂອງວຽກງານກວດກາເລິກເຊິ່ງຂຶ້ນຕື່ມ.

ໂອກາດນີ້: ສະຫາຍ ຄຳຈັນ ອິນທະຈັກ ຮອງເຂລາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງຮຽກຮ້ອງມາຍັງຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍບ້ານ, ພະນັກງານກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານ ສືບຕໍ່ເອົາໃຈໃສ່ໃນການສຶກສາຄົ້ນຄວ້າ ແລະ ກໍາແໜ້ນບັນດາເນື້ອໃນເອກະສານໃຫ້ມັນເລິກເຊິ່ງເຖິງຖອງ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ເພີ່ມທະວີເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ພ້ອມທັງສະຫຼຸບລາຍງານສ່ອງແສງຕາມຂັ້ນຕອນ ຢ່າງປົກກະຕິ, ກະຕຸກຊຸກຍູ້ຊ່ວຍກັນໃນການຍົກສູງບົດບາດໃນວຽກງານຕິດຕາມ, ກວດກາພັກ-ກວດກາລັດ ແລະພ້ອມກັນນໍາເອົາເນື້ອໃນຈິດໃຈຂອງການຝືກອົບຮົມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດດ້ວຍປະສິດທິຜົນສູງ. ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ດໍາເນີນເປັນເວລາ 1 ວັນ.

ພາບ-ຂ່າວ: ສົມພົງ ສິລິພອນ ນັກຂ່າວອົງການກວດກາລັດ ເມືອງ ປາກທາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)