12/02/2023
ກຸ່ມບ້ານຫາດສະຍົກສູງຄວາມຮູ້ພື້ນຖານ ກ່ຽວກັບວຽກງານກວດກາພັກ-ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຄຳຮ້ອງ-ຄຳສະເໜີຕົ້ນເດືອນມັງກອນທີ່ຜ່ານມານີ້, ຄະນະກວດກາພັກ ແລະ ອົງການກວດກາລັດເມືອງປາກທາ ໄດ້ຈັດຝືກອົບຮົມວຽກງານກວດກາພັກ-ກວດກາລັດ ໃຫ້ກັບກຸ່ມບ້ານຫາດສະ, ເມືອງປາກທາ, ແຂວງບໍ່ແກ້ວ ໂດຍການໃຫ້ກຽດເປັນປະທານຂອງທ່ານ ຄຳຈັນ ອິນທະຈັກ ຮອງເຂລາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນເມືອງ
ມີບັນດາສະຫາຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍບ້ານ, ພະນັກງານກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານ, ຜູ້ຮັບຜິດຊອບ 5 ໜ່ວຍງານຂອງບ້ານ ຕະຫຼອດຮອດ ຄະນະຮັບຜິດຊອບຂອງເມືອງເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 6 ສະຫາຍ. ເອກະສານທີ່ນຳມາຝືກອົບຮົມໃນຄັ້ງນີ້ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ກວດກາພັກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ແລະ ຄວາມຮູ້ພື້ນຖານກ່ຽວກັບ ວຽກງານຄຳຮ້ອງ ແລະ ຄຳສະເໜີ, ໂອກາດດັ່ງກ່າວຜູ້ເຂົ້າຮ່ວມຝຶກອົບຮົມໄດ້ມີການສົນທະນາປະກອບຄຳຄິດຄຳຫັນແລກປ່ຽນບົດຮຽນກັບຄູອາຈານ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດວຽກງານກວດກາຕົວຈິງຂັ້ນຮາກຖານບ້ານໃນໄລຍະຜ່ານມາ ເພື່ອເສີມຂະຫຍາຍດ້ານດີ, ຊອກໃຫ້ເຫັນບັນຫາທີ່ຍັງຄົງຄ້າງ ແລະ ພ້ອມທັງວິທີປັບປຸງແກ້ໄຂໃນຕໍ່ໜ້າ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນຮາກຖານ. ການຝຶກອົບຮົມຄັ້ງນີ້ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮັບຮູ້ເຂົ້າໃຈຕໍ່ວຽກງານກວດກາພັກ-ກວດກາລັດຢ່າງເລິກເຊິ່ງ ແລະ ເປັນການຍົກສູງຄວາມຮັບຮູ້, ຄວາມສາມາດໃຫ້ແກ່ພະນັກງານຂັ້ນພື້ນຖານ ໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຄຳຮ້ອງ-ຄຳສະເໜີ ຢູ່ໃນທຸກຂົງເຂດວຽກງານ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກງານກວດກາໄດ້ເຂົ້າໃຈພາລະບົດບາດ, ສິດໜ້າທີ່ຂອງຕົນ, ບັນດາຂໍ້ກຳນົດ, ບົດແນະນຳ, ລະບຽບການ ແລະ ວິທີການຂັ້ນຕອນຕ່າງໆ ໃນການເຄື່ອນໄຫວວຽກງານກວດກາ, ໃນພິທີ ທ່ານ ຄຳຈັນ ອິນທະຈັກ ຮອງເຂລາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງຮຽກຮ້ອງມາຍັງຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍບ້ານ, ພະນັກງານກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານ ສືບຕໍ່ເອົາໃຈໃສ່ໃນການສືກສາຄົ້ນຄວ້າຕໍ່ກັບເນື້ອໃນເອກະສານໃຫ້ເລິກເຊິ່ງເຖິງຖອງ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ເພີ່ມທະວີເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ພ້ອມທັງສະຫຼຸບລາຍງານສ່ອງແສງຕາມຂັ້ນຕອນ ແລະ ຊຸກຍູ້ຊ່ວຍກັນໃນການຍົກສູງບົດບາດໃນວຽກງານກວດກາພັກ-ກວດກາລັດ ແລະ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈຂອງການຝືກອົບຮົມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ.
ພາບ-ຂ່າວ: ສົມພົງ ສິລິພອນ ນັກຂ່າວອົງການກວດກາລັດ ເມືອງ ປາກທາ.