ກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວ ຄັ້ງທີ IX ແລະ ສະຫຼຸບວຽກງານກໍາມະບານ ປະຈໍາປີ 2025

30/03/2026

ກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວ ຄັ້ງທີ IX ແລະ ສະຫຼຸບວຽກງານກໍາມະບານ ປະຈໍາປີ 2025

ວັນທີ 25 ມີນາ 2026ນີ້ ຄະນະບໍລິຫານງານສະຫະພັນກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວຄັ້ງທີ IX, ສະຫຼຸບວຽກງານກໍາມະບານ ປະຈຳປີ 2025, ສະຫຼຸບ 5 ເປັນເຈົ້າ, ເປີດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ເຜີຍແຜ່ເອກະສານວັນສ້າງຕັ້ງກຳມະບານລາວ ຄົບຮອບ 70 ປີ ໂດຍການໃຫ້ກຽດເປັນປະທານກອງປະຊຸມໂດຍສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ສະຫາຍ ນາງ ເກດມະນີ ຈຸນລະມະນີ ປະທານ ຄະນະບໍລິຫານງານ ສະຫະພັນກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາຮອງປະທານ ຄະນະບໍລິຫານງານສະຫະພັນກຳມະບານ, ປະທານ, ຮອງປະທານແຕ່ລະກໍາມະບານຮາກຖານ, ພ້ອມດ້ວຍສະມາຊິກກຳມະບານທັງໝົດຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ນາງ ເກດມະນີ ຈຸນລະມະນີ ຜ່ານບົດສະຫຼຸບ 5 ປີຄັ້ງທີ IV ແລະ ທິດທາງແຜນການຄັ້ງທີ V ຂອງກຳມະບານລາວ; ຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງກຳມະບານ; ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX; ຈາກນັ້ນ, ສະຫາຍ ວັນເພັງ ສີນໍລະແສງ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານ ຄະນະກວດກາສູນກາງພັກ ໄດ້ຜ່ານບົດສະຫຼຸບ ການນຳພາເຄື່ອນໄຫວວຽກງານ ສະຫະພັນກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ປະຈຳປີ 2025. ຈາກນັ້ນ, ສະຫາຍ ກາລະສິນ ໄຊຍະແສງ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານ ຄະນະກວດກາສູນກາງພັກ ໄດ້ຜ່ານ ບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ 05 ເປັນເຈົ້າພ້ອມກ່າວເປີດຂະບວນການແຂ່ງຂັນ. ພ້ອມດຽວກັນນີ້ ປະທານກຳມະບານຮາກຖານ 9 ຮາກຖານ ກໍໄດ້ຂຶ້ນຈັບມືແຂ່ງຂັນ 5 ເປັນເຈົ້າ.

ຫຼັງຈາກນັ້ນ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍ່ໄດ້ໃຫ້ກຽດເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ ຂອງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ເຊິ່ງສະຫາຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຕະຫຼອດໄລຍະ 70 ປີ. ພ້ອມດຽວກັນນີ້ ສະຫາຍຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເອົາໃຈໃສ່ຕື່ມ ເປັນຕົ້ນແມ່ນລົງເລິກຜັນຂະຫຍາຍ ແລະ ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງກຳມະບານລາວ, ປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ເປັນປົກກະຕິ 3 ເດືອນ, 6 ເດືອນ ເພື່ອຕີລາຄາຄວາມຄືບໜ້າໃນການຂັບເຄື່ອນວຽກງານ; ສືບຕໍ່ເຜີຍແຜ່ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ມະຕິຄຳແນະນຳ ແລະ ໜ້າທີ່ວຽກງານຂອງສະຫະພັນກຳມະບານ; ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍສະເພາະແມ່ນບົດລາຍງານການເມືອງທີ່ກ່ຽວພັນເຖິງວຽກງານອົງການຈັດຕັ້ງມະຫາຊົນ, ພ້ອມດຽວກັນນັ້ນກໍ່ຕ້ອງເພີ່ມທະວີໃນການຕິດຕາມການຮ່ວມຊີວິດຂອງບັນດາຮາກຖານໃຫ້ເປັນປົກກະຕິ; ສືບຕໍ່ຊີ້ນຳຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂັ້ນຂອງຕົນ ແລະ ໜ່ວຍກຳມະບານຮາກຖານ; ສືບຕໍ່ເຕົ້າໂຮມຄວາມສາມັກຄີສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີສະຕິຕື່ນຕົວທາງດ້ານການເມືອງ,ມີແບບແຜນວິທີເຮັດວຽກຢ່າງວິທະຍາສາດ, ຄະນະກວດກາກໍາມະບານແຕ່ລະຂັ້ນ ຕິດຕາມໃນການເຄື່ອນໄຫວ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໂດຍສະເພາະຊຸກຍູ້, ຕິດຕາມ ກວດກາ, ການຈັດຕັ້ງປະຕິບັດກົດໝາຍ, ກົດລະບຽບ, ມະຕິກອງປະຊຸມໃຫຍ່ກຳມະບານຂັ້ນຂອງຕົນ, ແຜນພັດທະນາວຽກງານກໍາມະບານໃນແຕ່ລະໄລຍະໃຫ້ເປັນປົກກະຕິ, ສືບຕໍ່ ເກັບກໍາສະພາບແນວຄິດ, ຄຳຄິດຄຳເຫັນ ແລະ ຫາງສຽງສັງຄົມຂອງພະນັກງານ, ສະມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ເພື່ອຄົ້ນຄວ້າ ແລະ ນຳສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ທັນເວລາ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)