ກອງປະຊຸມ ຝຶກອົບຮົມວຽກງານກວດກາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2025

06/02/2026

ກອງປະຊຸມ ຝຶກອົບຮົມວຽກງານກວດກາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2025

ຕອນເຊົ້າຂອງວັນທີ 4 ກຸມພາ 2026, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ຝຶກອົບຮົມວຽກງານກວດກາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2025 ຂຶ້ນ ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ. ໂດຍໃຫ້ກຽດເປັນປະທານເປີດກອງປະຊຸມໂດຍ ທ່ານ ສີພັນດອນ ສຸພັນທອນ ກຳມະການພັກ ກະຊວງ ຮອງປະທານກວດກາພັກ ກະຊວງ ຫົວໜ້າກົມກວດກາກະຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານ ສຸພາວົງ ວັນທານຸວົງ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ບັນດາຄະນະກົມ, ຮອງປະທານກວດກາພັກ-ລັດແຂວງວຽງຈັນ, ຫ້ອງການ, ສະຖາບັນ, ກອງວິຊາການບັນດາແຂວງ, ພະແນກ ຍທຂ ແຂວງ, ລັດວິສາຫະກິດທີ່ຂຶ້ນກັບກະຊວງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສີພັນດອນ ສຸພັນທອນ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານກວດກາ, ເຊິ່ງເປັນວຽກງານໜຶ່ງທີ່ຂາດບໍ່ໄດ້ ຖ້າບໍ່ມີການກວດກາ ກໍ່ບໍ່ມີການນຳພາ, ຕ້ອງສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ. ພ້ອມນັ້ນ, ທ່ານຍັງເນັ້ນໃຫ້ຜູ້ເຂົ້າຮ່ວມຕ້ອງ ເອົາໃຈໃສ່ຍາດແຍ່ງແລກປ່ຽນບົດຮຽນທີ່ສຳຄັນໃນຄັ້ງນີ້ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຂະແໜງການຕົນໃຫ້ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນີ້, ທ່ານ ສຸພາວົງ ວັນທານຸວົງ ກໍ່ໄດ້ຂຶ້ນ ປາຖະກະຖາ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9 ທັນວາ 2003-9 ທັນວາ 2025) ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ, ພ້ອມທັງຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງວັນດັ່ງກ່າວ ແລະ ການຈັດຕັ້ງປະຕິບັດໃນຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ ໃນໄລຍະທີ່ຜ່ານມາອີກດ້ວຍ. ເອກະສານທີ່ນຳມາຝຶກອົບຮົບໃນຄັ້ງນີ້ ປະກອບມີ 7 ບົດດ້ວຍກັນຄື:

1 ການແກ້ໄຂ ພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; 2 ຄວາມຮູ້ພື້ນຖານວຽກງານຕິດຕາມ ແລະ ກວດກາຂອງພັກ; 3 ວຽກງານກວດກາລັດ ແລະ ຕິດຕາມການປະຕິບັດຜົນການກວດກາ; 4 ສະເໜີບົດສະຫຼຸບຖອດຖອນບົດຮຽນ ການແກ້ໄຂຜົນການກວດສອບ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ສະເໜີວິທີການແກ້ໄຂບັນຫາຂໍ້ຄົງຄ້າງ; 5 ວຽກງານແຈ້ງຊັບສິນ; 6 ວຽກງານແຕ່ຫົວທີ; 7 ວຽກງານຄົ້ນຄວ້າແກ້ໄຂ ຄຳຮ້ອງທຸກ ແລະ ຄຳສະເໜີ (ຕາມກົດໝາຍ ວ່າດ້ວຍ ການແກ້ໄຂຄຳຮ້ອງທຸກສະບັບປັບປຸງ ປີ 2022).

ນອກຈາກນີ້, ຍັງໄດ້ມີການແລກປ່ຽນຄຳຄິດ-ຄຳເຫັນ ກ່ຽວກັບບາງບັນຫາທີ່ຍັງຄ້າງຄາຈາກໜ້າວຽກ, ພຶດຕິກຳຕົວຈິງ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການຝຶກອົບຮົມໃນຄັ້ງນີ້ຕື່ມອີກ. ການຝຶກອົບຮົມຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 3 ວັນ, ເຊິ່ງເລີ່ມແຕ່ ວັນທີ 04-06 ກຸມພາ 2026.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)