03/02/2026
ໃນວັນທີ 3 ກຸມພາ 2026 ນີ້ ທີ່ສະຖານທູດຫວຽດນາມ ປະຈໍາ ສປປ ລາວ; ຄະນະນຳ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ນໍາໂດຍ ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ກຳມະການສູນກາງພັກ ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ(3/2/1930-3/2/2026) ໂດຍເປັນກຽດຕ້ອນຮັບຂອງ ສະຫາຍ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ສະຫາຍ ສຸກຄຳເພັດ ເຮືອງບຸດສີ ໄດ້ຕາງໜ້າຄະນະພັກ-ຄະນະນໍາ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນຍິ່ງໃຫຍ່ ທີ່ພັກກອມມູນິດຫວຽດນາມ ຍາດມາໄດ້ໃນຕະຫຼອດໄລຍະ 96 ປີຜ່ານມາ ພາຍໃຕ້ການນໍາພາກໍ່ຕັ້ງຂອງ ປະທານ ໂຮ່ ຈິ ມິນ, ພ້ອມທັງຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຫາກໍ່ສຳເລັດ, ຈາກນັ້ນ ສະຫາຍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ເພິ່ມພູນຄູນສ້າງ ແລະ ສືບທອດມູນເຊື້ອຜົນງານ ຂອງປະທານ ໂຮ່ ຈິ ມິນ, ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

