04/11/2025
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ. ໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ພ້ອມດ້ວຍຄະນະ, ມີບັນດາຄະນະນຳຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ, ຜູ້ທີ່ເຮັດວຽກງານກວດກາ ແລະ ປະທານກວດກາຈາກບັນດາເມືອງ-ນະຄອນ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍໄດ້ສຸມກຳລັງຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍຢ່າງຕໍ່ເນື່ອງ, ເອົາໃຈໃສ່ປົກປັກຮັກສາ ແລະ ລາດຕະເວນຕາມຊາຍແດນ, ສະກັດກັ້ນການລັກລອບຄ້າຂາຍເຖື່ອນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ດ້ານເສດຖະກິດແມ່ນມີການຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 6.75%, ລາຍໄດ້ສະເລ່ຍຕໍ່ຫົວຄົນ 18.14 ລ້ານກີບຕໍ່ຄົນຕໍ່ປີ; ດ້ານວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ການແກ້ໄຂຜົນການກວດກາ ແມ່ນໄດ້ເອົາໃຈໃສ່ຕິດຕາມ ກວດກາການຈັດຕັ້ງປະຕິບັດກົດລະບຽບພັກ, ມະຕິ, ຄໍາສັ່ງຕ່າງໆ, ຕິດຕາມ, ກວດກາແບບແຜນການນໍາພາ ແລະ ວິທີເຮັດວຽກ, ພ້ອມທັງຕິດຕາມ-ກວດກາ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ກວດກາຕາມມະຕິຂອງສະພາປະຊາຊົນແຂວງ, ກວດກາຕາມຜົນການກວດກສອບ ແລະ ຕິດຕາມການແກ້ໄຂຜົນການກວດກາ.

ໃນຕອນທ້າຍ ສະຫາຍ ຄຳພັນ ພົມມະທັດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ທຸກຂົງເຂດວຽກງານຫັນເປັນລະບົບທັນສະໄໝ (Digital) ສອດຫ້ອຍເຂົ້າກັບທຸກການຄຸ້ມຄອງບໍລິຫານ ເພື່ອຮັບປະກັນຄວາມໂປ່ງໃສ, ແກ້ໄຂບັນຫາເສດຖະກິດນອກລະບົບເປັນໜ້າທີ່ສຳຄັນ, ພ້ອມດຽວກັນນັ້ນ ກໍຕ້ອງໄດ້ສ້າງຄວາມເຂົ້າໃຈໃນສັງຄົມໃຫ້ມີສ່ວນຮ່ວມ ແລະ ເປັນເຈົ້າການເພື່ອຫຼຸດຜ່ອນເສດຖະກິດນອກລະບົບ ຕິດພັນກັບການພັດທະນາບຸກຄະລາກອນ ສ້າງໃຫ້ມີຄວາມຮູ້, ຄວາມສາມາດ. ນອກນັ້ນ, ຄະນະພັກ, ຄະນະນຳ ຕ້ອງຜັນຂະຫຍາຍ ບັນດາມະຕິຕ່າງໆ ໃຫ້ເປັນອັນລະອຽດ, ຕ້ອງມີແບບແຜນກຳນົດວຽກງານໃຫ້ລະອຽດຈະແຈ້ງ, ພ້ອມທັງເພີ່ມທະວີຄວາມສາມັກຄີພາຍໃນ ມີການຕິດຕາມກວດກາ ປະເມີນຜົນເປັນປົກກະຕິ, ຖືເອົາວຽກງານກວດກາ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ກວດເຫັນຕ້ອງແກ້ໄຂໃຫ້ທັນການ. ພ້ອມກັນນັ້ນ, ກໍຕ້ອງມີການຈັດຝຶກອົບຮົມຖອດຖອດບົດຮຽນຈາກໜ້າວຽກຕົວຈິງ ຊອກຫາດ້ານດີ ແລະ ຂໍ້ຄົງຄ້າງທີ່ຕ້ອງປັບປຸງແກ້ໄຂ ເພື່ອເຮັດໃຫ້ວຽກງານມີປະສິດທິຜົນຂຶ້ນກວ່າເກົ່າ.

