03/11/2025
ໃນຕອນເຊົ້າຂອງວັນທີ 27 ຕຸລາ 2025 ທີ່ຫ້ອງປະຊຸມເຮືອນພັກເບີ 1 ຂອງແຂວງຄໍາມ່ວນ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ, ມີບັນດາຄະນະນຳຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ, ຜູ້ທີ່ເຮັດວຽກງານກວດກາ ແລະ ປະທານກວດກາຈາກບັນດາເມືອງເຂົ້າຮ່ວມ.
ໃນພິທີ ສະຫາຍ ຄຳສອນ ອ້ວນທະວີ ປະທານອົງການກວດກາພັກ-ລັດແຂວງຄຳມ່ວນ ໄດ້ລາຍງານການເຄື່ອນໄຫວ ວຽກງານກວດກາ ໃນໄລຍະຜ່ານມາ, ເຊິ່ງໄດ້ເອົາໃຈໃສ່ເພີ່ມທະວີວຽກງານຕິດຕາມ, ກວດກາ, ຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ເປັນຕົ້ນແມ່ນ ກວດກາສະມາຊິກພັກ ແລະ ການຈັດຕັ້ງພັກ ຕິດພັນກັບການຈັດຕັ້ງດໍາເນີນຊີວິດການເມືອງພາຍໃນຄະນະພັກ, ຖືເອົາວຽກງານຕິດຕາມ-ກວດກາ ເປັນການປ້ອງກັນ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນກົງຈັກການຈັດຕັ້ງ ແລະ ຖັນແຖວສະມາຊິກພັກ-ພະນັກງານ, ເອົາໃຈໃສ່ຕິດຕາມ, ກວດກາ ບັນດາໂຄງການລົງທຶນຕ່າງໆ. ພ້ອມທັງ ຕິດຕາມ, ຊຸກຍູ້ການແກ້ໄຂຜົນຂອງການກວດກາ ທີ່ຄະນະພັກ, ອົງການປົກຄອງຕົກລົງແກ້ໄຂ.


ໃນໂອາດນີ້ ສະຫາຍ ຄໍາພັນ ພົມມະທັດ ກໍໄດ້ມີຄໍາເຫັນໂອລົມ ໂດຍເນັ້ນໃຫ້ ຄະນະພັກ, ຄະນະນຳ ແລະ ຄະນະກວດກາຕ້ອງເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດ, ສຶກສາອົບຮົມ ໃຫ້ແກ່ພະນັກງານ ວິຊາການ ໄປຄຽງຄູ່ກັບການຫັນເປັນທັນສະໄໝ (Digital) ເຂົ້າໃນທຸກຂົງເຂດວຽກງານ, ເປັນພື້ນຖານ ເພື່ອສ້າງຄວາມໂປ່ງໃສ ໃນການຄຸ້ມຄອງບໍລິຫານ ເປັນທິດທາງໃນການພັດທະນາວຽກງານ, ເອົາໃຈໃສ່ເພີ່ມທະວີໃນການປະສານສົມທົບນັບແຕ່ສູນກາງ ລົງຮອດທ້ອງຖິ່ນໃຫ້ມີຄວາມວ່ອງໄວ ໂລ່ງລ່ຽນ, ຄະນະພັກ, ຄະນະນຳ ຕ້ອງມີຄວາມສາມັກຄີ ເປັນເອກະພາບ, ປັບປຸງແບບແຜນວິທີເຮັດວຽກ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານ, ກວດຮອດໃສແກ້ໄຂຮອດຫັ້ນ, ພ້ອມທັງມີການຈັດຝຶກອົບຮົມ ຖອດຖອນບົດຮຽນຈາກໜ້າວຽກຕົວຈິງຢ່າງເປັນປົກກະຕິ ຊອກຫາດ້ານດີທີ່ຕ້ອງເສີມຂະຫຍາຍ ແລະ ຂໍ້ຄົງຄ້າງທີ່ຕ້ອງປັບປຸງແກ້ໄຂ ເພື່ອເຮັດໃຫ້ວຽກງານມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

