ພະນັກງານກວດກາ ສປປ ລາວ ສຳເລັດການຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 02 ເດືອນ ຢູ່ ສສ ຫວຽດນາມ

29/10/2025

ພະນັກງານກວດກາ ສປປ ລາວ ສຳເລັດການຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 02 ເດືອນ ຢູ່ ສສ ຫວຽດນາມ

ພາຍຫຼັງທີ່ໄດ້ດຳເນີນການຝຶກອົບຮົມວຽກງານກວດກາພັກ ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສສ ຫວຽດນາມ ມາເປັນເວລາ 2 ເດືອນ ບັ້ນຝຶກອົບຮົມກໍ່ໄດ້ປິດລົງຢ່າງເປັນທາງການໃນວັນທີ 24 ຕຸລາ 2025 ນີ້ ໂດຍການໃຫ້ກຽດເຂົ່າຮ່ວມເປັນປະທານຂອງສະຫາຍ ຫວຽນວັນຮົງ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກຫວຽດນາມ, ຄູ-ອາຈານ ແລະ ນັກສຳມະນາກອນ ຈາກ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ເລີ່ມແຕ່ວັນທີ 05 ກັນຍາ ຫາ 24 ຕຸລາ 2025, ມີນັກສໍາມະນາກອນຈາກ ສປປລາວ ເຂົ້າຮ່ວມທັງໝົດ ຈໍານວນ 20 ສະຫາຍ, ຍິງ 05 ສະຫາຍ, ໃນນີ້: ມາຈາກຄະນະກວດກາສູນກາງພັກ ຈຳນວນ 05 ສະຫາຍ ຍິງ 01 ສະຫາຍ, ມາຈາກຄະນະກວດກາກະຊວງ-ອົງການຈຳນວນ 09 ສະຫາຍ, ຍິງ 04 ສະຫາຍ ແລະ ມາຈາກຄະນະກວດກາບັນດາເມືອງ ຂອງແຕ່ລະແຂວງ 06 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນທັງໝົດ 20 ສະຫາຍ ກວມເອົາ 100%.
ຫຼັກສູດການຮຽນ-ການສອນ ປະກອບດ້ວຍ 2 ພາກໃຫຍ່, ມີ 25 ຫົວຂໍ້ ແລະ 250 ຊົ່ວໂມງຮຽນ ດັ່ງນີ້: ພາກທີ I ດ້ານທິດສະດີລວມ ກ່ຽວກັບວຽກງານກວດກາ, ຕິດຕາມຂອງພັກຄອມມູນິດຫວຽດນາມ ລວມມີ 06 ຫົວຂໍ້, 60 ຊົ່ວໂມງ. ພາກທີ II ວິຊາສະເພາະວຽກງານກວດກາ, ຕິດຕາມ, ລະບຽບວິໄນຂອງພັກຄອມມູນິດຫວຽດນາມມີ 19 ຫົວຂໍ້, 190 ຊົ່ວໂມງ. ນອກຈາກນີ້ຍັງໄດ້ໄປທັດສະນະສຶກສາ ແລກປ່ຽນບົດຮຽນຕົວຈິງຢູ່ ແຂວງຮ່າຕິງ ແລະ ແຂວງ ນິງບິ່ງ ເຊິ່ງຢູ່ແຕ່ລະແຂວງກໍ່ໄດ້ຮັບຟັງການລາຍງານສະພາບການ ທາງດ້ານການບໍລິຫານ ການປັບປຸງກົງຈັກການຈັດຕັ້ງຂອງແຂວງ, ໂຮມບັນດາກົງຈັກການຈັດຕັ້ງ, ປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ມາເປັນການບໍລິຫານຂັ້ນຕາແສງ ເຊິ່ງເປັນການໄປຮຽນຮູ້ເອົາປະສົບການຕົວຈິງ ແລະ ພວກເຮົາກໍ່ເຫັນໄດ້ເຖິງການພັດທະນາຂອງສອງແຂວງດັ່ງກ່າວ.ຜ່ານການຝຶກອົບຮົມໃນຄັ້ງນີ້ ເຮັດໃຫ້ນັກສຳມະນາກອນໃນແຕ່ລະຂົງເຂດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບທັກສະທາງດ້ານທິດສະດີ ແລະ ພຶດຕິກຳໃນການນຳໃຊ້ເພື່ອເປັນບ່ອນອິງ ແລະ ປະຕິບັດຕາມຂັ້ນຕອນ ແລະ ວິທີການໃນການເຄື່ອນໄຫວວຽກງານກວດກາ, ຕິດຕາມວຽກງານພັກ, ຫຼັກມູນທິດສະດີລັດທິມາກ-ເລນິນ, ແນວຄິດໂຮຈິມິ່ນ ຂອງພັກກອມມູນິດຫວຽດນາມ ໃນໄລຍະໃໝ່; ສະພາບການຂອງໂລກ ແລະ ແນວທາງນະໂຍບາຍການຕ່າງປະເທດ ຂອງປະເທດ ສສ ຫວຽດນາມ ໂດຍຫັນປະເທດໃຫ້ເປັນອຸດສາຫະກຳທີ່ທັນສະໄໝຫັນເຂົ້າສູ່ການນຳໃຊ້ລະບົບດີຈີຕ໋ອນເຂົ້າໃນວຽກງານຕົວຈິງ;ເຮັດໃຫ້ນັກສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງປ່ຽນແປງໃໝ່ ທາງດ້ານຈິນຕະນາການ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເງື່ອນໄຂ; ຜົນງານ, ບົດຮຽນພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ; ປັບປຸງພາລະບົດບາດ, ກົງຈັກການຈັດຕັ້ງ, ການໂຮມກົງຈັກເຂົ້າກັນ ເປັນຕົ້ນແມ່ນ ໂຮມບັນດາແຂວງ, ເມືອງ ແລະ ຕາແສງ ເພື່ອໃຫ້ຮັດກຸມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນການເຄື່ອນໄຫວນຳພາຂອງຄະນະພັກ, ຄະນະກຳມະການກວດກາ ແລະ ການກໍ່ສ້າງພັກຂັ້ນສູນກາງ; ສາມາດກໍາໄດ້ຂັ້ນຕອນການກະກຽມ, ການດໍາເນີນການ, ການສະຫລຸບ, ການກວດກາ, ຢັ້ງຢືນພິສູດການກະທໍາຜິດ, ການລະເມີດລະບຽບວິໄນວຽກງານກວດກາພັກ ໃນຂົງເຂດເສດຖະກິດການເງິນ, ການລົງວິໄນການຈັດຕັ້ງພັກ, ສະມາຊິກພັກ, ໂດຍສະເພາະແມ່ນວຽກງານທາງດ້ານທິດສະດີ, ພຶດຕິກຳຕົວຈິງ, ບັນດານິຍາມ, ຫລັກການ ແລະ ຮູບການລົງວິໄນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)