ອົງການກວດກາເມືອງຈອມເພັດ ລົງຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ
29/10/2025
ໃນລະຫວ່າງວັນທີ 15 ຕຸລາ 2025 ອົງການກວດກາລັດເມືອງຈອມເພັດ ແຂວງ ຫຼວງພະບາງ ໄດ້ລົງຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ໂຄງການສ້ອມແປງທາງ ເລກທີ 3112 ແຕ່ບ້ານຫ້ວຍທາກ ຫາ ບ້ານແກ້ງຮາງ ເຊິ່ງໃຫ້ກຽດເຂົ້າຮ່ວມຕິດຕາມ, ກວດກາ ໂດຍທ່ານ ສົມເພັດ ສຸຂະເສີມ ກໍາມະການປະຈໍາພັກເມືອງ, ປະທານອົງການກວດກາລັດເມືອງຈອມເພັດ, ມີຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ (ເຈົ້າຂອງໂຄງການ), ບໍລິິສັດໄຊສະໝາມ ກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈໍາກັດ, ອົງການກວດກາລັດແຂວງ ແລະ ຄະນະກໍາມະການຕິດຕາມ, ກວດກາເລີ່ມແຕ່ຫົວທີຂັ້ນເມືອງ ເຂົ້າຮ່ວມ ທັງໝົດ 12 ຄົນ, ຍິງ 2 ຄົນ.
ຄະນະຮັບຜິດຊອບຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຂັ້ນເມືອງ, ເຈົ້າຂອງໂຄງການ ແລະ ອົງການກວດກາລັດແຂວງ ໄດ້ປະຊຸມປຶກສາຫາລື, ແນະນໍາກ່ຽວກັບວິທີ, ຂັ້ນຕອນການລົງຕິດຕາມ, ກວດກາ ຕາມດໍາລັດ ແລະ ຄໍາແນະນໍາ. ຈາກນັ້ນ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດໜ້າວຽກຕົວຈິງໃນພາກສະໝາມ, ພາຍຫຼັງສໍາເລັດການລົງຢ້ຽມຢາມພາກສະໝາມແລ້ວ ກໍໄດ້ກັບມາເຮັດວຽກຮ່ວມກັບບໍລິສັດ. ເຊິ່ງທ່ານ ນາງ ຄໍາແພງ ໄຊສະໜາມ ເຈົ້າຂອງບໍລິິສັດໄຊສະໝາມ ກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈໍາກັດ ໄດ້ໃຫ້ກຽດຕ້ອນຮັບ ແລະ ລາຍງານຫຍໍ້ກ່ຽວກັບ ໂຄງການສ້ອມແປງທາງ ເລກທີ 3112 ແຕ່ບ້ານຫ້ວຍທາກ ຫາ ບ້ານແກ້ງຮາງ ວ່າ: ເສັ້ນທາງດັ່ງກ່າວມີລວງກ້ວາງ 5 ແມັດ, ລວງຍາວ 23 ກມ, ມູນຄ່າສັນຍາຂອງໂຄງການແມ່ນ 4.985.000.000 ກີບ (ທຶນຂອງລັດ 100%) ໂດຍແມ່ນຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເປັນເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງໂດຍບໍລິສັດ ໄຊສະໝາມກໍ່ສ້າງ-ສ້ອມແປງຄົບວົງຈອນ ໄລຍະເວລາຈັດຕັ້ງປະຕິບັດຕາມສັນຍາ ເລີ່ມແຕ່ວັນທີ 26 ພຶດສະພາ 2025 ຫາ ວັນທີ 26 ເມສາ 2026. ພ້ອມດຽວກັນນັ້ນ ອົງການກວດກາລັດເມືອງ ກໍ່ຍັງໄດ້ຜ່ານດໍາລັດສະບັບເລກທີ 01/ລບ, ລົງວັນທີ 6 ມັງ ກອນ 2015 ຂອງລັດຖະບານ ວ່າດ້ວຍການຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ແລະ ຄໍາແນະນໍາຂອງທ່ານ ເຈົ້າເມືອງຈອມເພັດ ສະບັບເລກທີ 05/ຈມ-ຈພ, ລົງວັນທີ 26 ກຸມພາ 2025 ວ່າດ້ວຍການຕິດຕາມ ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີຢູ່ເມືອງຈອມເພັດ.
ໃນຕອນທ້າຍ ທ່ານ ສົມເພັດ ສຸຂະເສີມ ກໍາມະການປະຈໍາພັກເມືອງ ປະທານອົງການກວດກາລັດເມືອງ ກໍໄດ້ມີຄໍາເຫັນຊີ້ນໍາ ໂດຍເນັ້ນໃຫ້ເຈົ້າຂອງໂຄງການ, ບໍລິສັດຜູ້ເໝົາ ເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດຕາມດໍາລັດ 01/ລບ ແລະ ສ້ອມແປງເສັ້ນທາງດັ່ງກ່າວ ໃຫ້ສໍາເລັດຕາມສັນຍາທີ່ກໍານົດໄວ້.

