ປະທານຄະນະກວດກາພັກ-ອົງການກວດກາລັດແຂວງສາລະວັນ ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ ການຈັດ​ຕັ້ງ​ປະຕິບັດວຽກງານກວດກາຮອບດ້ານ ຕິດພັນກັບການກວດກາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຢູ່ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ.

24/10/2025

ປະທານຄະນະກວດກາພັກ-ອົງການກວດກາລັດແຂວງສາລະວັນ ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ ການຈັດ​ຕັ້ງ​ປະຕິບັດວຽກງານກວດກາຮອບດ້ານ ຕິດພັນກັບການກວດກາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຢູ່ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ.

ໃນລະຫວ່າງວັນທີ 22-23 ຕຸລາ 2025, ທ່ານ ສົມສັກ ທົງຄໍາຫານ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ ໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ, ຊຸກຍູ້ ການຈັດ​ຕັ້ງ​ປະຕິບັດວຽກງານກວດກາຮອບດ້ານ ຕິດພັນກັບການກວດກາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ໂດຍການເຂົ້າຮ່ວມຂອງສະຫາຍເລຂາຄະນະບໍລິຫານງານເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະຮັບຜິດຊອບຂັ້ນເມືອງໃນການກວດກາ-ປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄະນະກວດກາພັກເມືອງ ເຂົ້າຮ່ວມ.ໃນກອງປະຊຸມ, ໄດ້ຮັບຟັງການລາຍງານໂດຍຫຍໍ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງເມືອງ; ການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ແລະ ການກະກຽມດໍາເນີນການກວດກາ-ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ພ້ອມດຽວກັນນີ້ ປະທານກອງປະຊຸມໄດ້ມີບາງຄໍາເຫັນເຈາະຈີ້ມ ແລະ ບັນດາທ່ານຜູ້ແທນທີ່ເຂົ້າກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາເຫັນແລກປ່ຽນຖອດຖອນບົດຮຽນ ໂດຍຍົກໃຫ້ເຫັນຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາ.

ຕອນທ້າຍກອງປະຊຸມ, ທ່ານ ສົມສັກ ທົງຄໍາຫານ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາຕໍ່ການເຄື່ອນໄຫວວຽກງານອັນລວມ ກໍ່ຄືການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຢູ່ຂັ້ນເມືອງ, ພ້ອມທັງຮຽກຮ້ອງມາຍັງຄະນະຮັບຜິດຊອບຂັ້ນເມືອງ ຕ້ອງຍົກສູງຄວາມຮັບຜິດຊອບໃນການກະກຽມ ແລະ ດໍາເນີນການກວດກາ-ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງຕາມບາດກ້າວ-ຂັ້ນຕອນ ແລະ ຖ່ວງທັນຕາມກໍານົດເວລາ.
ພາບຂ່າວ: ຈິດຕິພັນ ແກ້ວອຸ່ນເຮືອນ ຄະນະກວດກາພັກແຂວງສາລະວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)