ເມືອງສາລະວັນ ເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມ ການປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025

21/10/2025

ເມືອງສາລະວັນ ເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມ  ການປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025

ໃນຕອນເຊົ້າ ຂອງວັນທີ 17 ຕຸລາ 2025 ເມືອງສາລະວັນ, ເເຂວງສາລະວັນ ໄດ້ເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມການປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ທີ່ຫ້ອງປະຊຸມສະໂມສອນໃຫ່ຍຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ສົມບັດ ໄຕຍະລາດ ຄະນະປະຈໍາພັກເມືອງ, ປະທານຄະນະກວດກາພັກ-ອົງການກວດກາລັດເມືອງສາລະວັນ ມີບັນດາສະຫາຍ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງສໍານັກງານ, ເລຂາໜ່ວຍພັກໂຮງຮຽນ, ຜູ້ເຮັດວຽກງານກວດກາຄະນະພັກຮາກຖານ, ຜູ້ເຮັດວຽກງານກວດກາປະຈໍາໜ່ວຍພັກ ແລະ ພະນັກງານກໍ່ສ້າງຮາກຖານປະຈໍາບ້ານ ເຂົ້າຮ່ວມທັງໝົດ 75 ສະຫາຍ, ຍິງ 20 ສະຫາຍ.
ກອງປະຊຸມ ໄດ້ເຜີຍແຜ່ເຊື່ອມຊຶມ ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ລົງວັນທີ 03/1/2028 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄໍາແນະນໍາຂອງຄະນະກວດກາພັກແຂວງ ເລກທີ 116/ຄກພຂ,ສວ ລົງວັນທີ 29 ສິງຫາ 2025 ກ່ຽວກັບການກວດກາ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2025; ແຈ້ງການແນະະນໍາຂອງຄະນະຈັດຕັ້ງແຂວງ ເລກທີ 55/ຄຈຂ,ສວ ລົງວັນທີ 30 ກັນຍາ 2025 ເລື່ອງ ໃຫ້ສະຫຼຸບປະເມີນແຜນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ສຶບຕໍ່ແຜນການສູ້ຊົນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026; ເອກະສານແນະນໍາຂອງຄະນະຈັດຕັ້ງເມືອງ ເລກທີ 05/ຄຈມ,ສວ ລົງວັນທີ 16 ຕຸລາ 2025 ໃຫ້ສະຫຼຸບປະເມີນແຜນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2025 ແລະ ສືບຕໍ່ຈັດຕັ້ງວປະຕິບັດແຜນການສູ້ຊົນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ; ເອກະສານຂອງຄະນະກວດກາພັກເມືອງ ເລກທີ 40/ຄກພມ,ສວ ລົງວັນທີ 03 ກັນຍາ 2025 ກ່ຽວກັບການກວດກາ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2025; ເອກະສານແຜນກໍານົດການປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025; ແນະນໍາຂັ້ນຕອນການຈັດຕັ້ງປະຕິບັດ-ການປະກອບເອກະສານ; ຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມ ແລກປ່ຽນບົດຮຽນກ່ຽວກັບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ແຕ່ລະ ສະຫາຍທີ່ເຂົ້າຮ່ວມກອງປະຊຸມມີຄໍາເຫັນແລກປ່ຽນ.
ຕອນທ້າຍກອງປະຊຸມ ສະຫາຍ ສົມບັດ ໄຕຍະລາດ ໃຫ້ກຽດໂອ້ລົມ ຕໍ່ກອງກອງປະຊຸມ ໂດຍສະເພາະໃຫ້ແຕ່ລະໜ່ວຍພັກເອົາໃຈໃສ່ໃນການປະເມີນ, ເປັນເອກະພາບກັນໃນທົ່ວເມືອງ, ຮັບປະກັນໃນການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກຄະນະພັກແຕ່ລະຂັ້ນ ໃຫ້ຮັບຮູ້, ເຂົ້າໃຈ, ກໍາແໜ້ນກ່ຽວກັບບາດກ້າວ, ຂັ້ນຕອນການປະເມີນ ສາມາດສະຫຼູບຕີລາຄາ, ຮັບປະກັນ ການຈັດປະເພດໜ່ວຍພັກ, ສະມາຊິກພັກ ໃຫ້ຖືກຕ້ອງຕາມຄວາມຈິງ ໃຫ້ທັນກັບກໍານົດເວລາໃນທ້າຍເດືອນພະຈິກ ປີ 2025 ໃຫ້ສໍາເລັດໃນແຕ່ລະໜ່ວຍພັກທົ່ວເມືອງ;
ລາຍງານຂ່າວໂດຍ: ສີສຸພັນ ເສນນາວັນນາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)