ໜ່ວຍພັກກວດກາພັກ-ລັດ ແຂວງບໍ່ແກ້ວ ຈັດພິທີ ເລື່ອນສະມາຊິກສຳຮອງຂຶ້ນເປັນສົມບູນ
21/10/2025
ຕອນເຊົ້າຂອງວັນທີ 17 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກ-ລັດ ແຂວງບໍ່ແກ້ວ ໄດ້ຈັດພິທີ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ ໃຫ້ກຽດເປັນປະທານຂອງ ສະຫາຍ ສົມຄິດ ວົງປັນຍາ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ, ເລຂາໜ່ວຍພັກ ຄະນະກວດກາພັກ-ລັດແຂວງ ມີຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນພິທີ ສະຫາຍ ສົມຄິດ ວັນນະຈອມຈັນ ຄະນະໜ່ວຍພັກ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 1 ສະຫາຍ ໂດຍອີງຕາມມາດຕາທີ 2, ໝວດທີ I ຂອງກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝ ທີ XI ວ່າດ້ວຍລະບຽບການຂະຫຍາຍພັກ ພ້ອມທັງມອບມະຕິຕົກລົງດັ່ງກ່າວໃຫ້ແກ່ສະມາຊິກພັກສົມບູນໃໝ່
ໃນຕອນທ້າຍ ສະຫາຍ ສົມຄິດ ວົງປັນຍາ ກໍໄດ້ໃຫ້ກຽດມີຄໍາເຫັນ-ໂອ້ລົມຕໍ່ສະມາຊິກພັກພາຍໃນໜ່ວຍ ໂດຍສະເພາະແມ່ນສະມາຊິກພັກສົມບູນໃໝ່ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກສົມບູນໃໝ່ທີ່ໄດ້ບຸກບືນຝຶກຝົນຫຼໍ່ຫຼອມຕົນເອງ ໃນການປະຕິບັດໜ້າທີ່ການເມືອງ, ຄວາມຮັບຜິດຊອບຕາມການມອບໝາຍ ແລະ ສ້າງຕົນເອງໄດ້ກ້າວເຂົ້າເປັນສະມາຊິກພັກສົມບູນ ຕາມລະບຽບພັກເປັນຢ່າງດີ.
ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ເຊີດຊູຄວາມເປັນແບບຢ່າງໃນການປະຕິບັດວຽກງານ ກໍຄືການດໍາລົງຊີວິດທີ່ປອດໃສ, ສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນນໍາບັນດາເອກະສານຕ່າງໆໃຫ້ຫຼາຍຂຶ້ນ ເພື່ອນໍາເອົາບົດຮຽນໃໝ່ໆມາໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດທີ່ສູງຂຶ້ນກວ່າເກົ່າ.
ຂຽນຂ່າວໂດຍ:ສະຫາຍ ຫຸມພັນ ໄຊຍະສັກ ຄະນະກວດກາພັກ-ລັດແຂວງບໍ່ແກ້ວ

