ຄະນະກວດກາພັກ-ອົງການກວດກາລັດແຂວງອັດຕະປື ພົບປະໂອ້ລົມ ຄະນະກວດກາພັກ-ອົງການກວດກາລັດເມືອງ ສະໜາມໄຊ.

17/10/2025

ຄະນະກວດກາພັກ-ອົງການກວດກາລັດແຂວງອັດຕະປື ພົບປະໂອ້ລົມ ຄະນະກວດກາພັກ-ອົງການກວດກາລັດເມືອງ ສະໜາມໄຊ.

ໃນຕອນເຊົ້າຂອງວັນທີ 15 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງສະໜາມໄຊ, ຄະນະກວດກາພັກ-ອົງການກວດກາລັດແຂວງ ອັດຕະປື ນຳໂດຍ ທ່ານ ສຸວັນສີ ແກ້ວວິເສີດ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ ປະທານອົງການກວດກາລັດແຂວງ ພ້ອມດ້ວຍ ຮອງປະທານ, ບັນດາຫົວໜ້າຂະແໜງຂັ້ນແຂວງ ໄດ້ພົບປະໂອ້ລົມ ຄະນະກວດກາພັກ-ອົງການກວດກາລັດເມືອງສະໜາມໄຊ, ເຊິ່ງມີພະນັກງານເຂົ້າຮ່ວມຈຳນວນທັງໝົດ 13 ທ່ານ, ຍິງ 4 ທ່ານ.ໃນພິທີ ທ່ານ ຈັນທະພອນ ຈ່ອຍຄຳລຽນ ຄະນະປະຈຳພັກເມືອງ ປະທານຄະນະກວດກາພັກ-ອົງການກວດກາລັດເມືອງ ສະໜາມໄຊ, ໄດ້ລາຍງານຫຍໍ້ ກ່ຽວກັບວຽກງານກວດກາ ປະຈຳ 3 ເດືອນ(7-9) ແລະ ທິດທາງແຜນການ 3 ເດືອນທ້າຍປີ ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນໄລະຜ່ານມາ. ນອກນັ້ນ, ຍັງໄດ້ມີຂໍ້ສະເໜີຈໍານວນໜຶ່ງຕໍ່ຄະນະກວດກາພັກ-ອົງການກວດກາລັດແຂວງ ແລະ ໄດ້ມີຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ. ໃນຕອນທ້າຍພິທີ ທ່ານ ສຸວັນສີ ແກ້ວວິເສີດ ກໍ່ໄດ້ໂອ້ລົມຕໍ່ພິທີ, ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະ ຜ່ານມາ, ພ້ອມນີ້ ສະຫາຍກໍ່ຍັງໄດ້ເນັ້ນໜັກຫຼາຍບັນຫາ ກ່ຽວກັບວຽກງານຕິດຕາມ, ກວດກາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າເປັນຕົ້ນແມ່ນ ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ຕ້ອງໄດ້ພ້ອມກັນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນກອງປະຊຸມໃຫຍ່ຂອງອົງຄະນະແຕ່ລະຂັ້ນໃຫ້ມີປະສິດທິຜົນ ແລະ ໃຫ້ເກີດຜົນເປັນຈິງ; ຕິດຕາມ, ກວດກາການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍ - ລະບຽບການຂອງລັດ ແລະ ນິຕິກໍາກ່ຽວກັບວຽກງານຕິດຕາມ, ກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ເປັນປົກກະຕິ; ຄະນະພັກ, ອົງການປົກຄອງທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຕໍ່ວຽກງານຕິດຕາມ, ກວດກາພັກ, ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ຄະນະກວດກາຂັ້ນຂອງຕົນ ສາມາດເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນດີ.ຫຼັງຈາກນັ້ນ ຕອນບ່າຍ ຂອງມື້ດຽວກັນ ຍັງໄດ້ພ້ອມກັນ ລົງພາກສະໜາມ ເພື່ອຕິດຕາມ ຄວາມຄືບໜ້າ ການຈັດຕັ້ງປະຕິບັດຂອງຜູ້ຮັບເໝົາໂຄງການ ແລະ ຜົນສຳເລັດ ຂອງບາງໂຄງການ ເປັນຕົ້ນແມ່ນ ໂຄງການອ່າງເກັບນຳ້ປະປາ 2 ແຫ່ງ ຢູ່ບ້ານ ຫີນລາດ ແລະ ບ້ານດອນບົກໃໝ່ແສງຈັນ; ໂຄງການ ປູກຕົ້ນໄມ້ ອຸດສະຫະກຳ ແລະ ໄມ້ໃຫ້ໝາກ ຢູ່ 04 ບ້ານ, ບ້ານ ດົງບາກໃໝ່ຫີນຄຳ, ບ້ານ ສະໝອງໃໝ່ປີນດົງ, ບ້ານ ຫີນລາດ ແລະ ບ້ານ ດອນບົກໃໝ່ແສງຈັນອີກດ້ວຍ. ຂ່າວ-ພາບ : ຄະນະກວດກາພັກ ອົງການກວດກາລັດ ເມືອງ ສະໜາມໄຊ + ໜອມພອນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)