ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ລົງເຄື່ອນໄຫວຊຸກຍູ້ວຽກງານຕິດຕາມ, ກວດກາ ແລະ ເຜີຍແຜ່ຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ຢູ່ໜ່ວຍພັກຫ້ອງວ່າການເມືອງ
16/10/2025
ໃນວັນທີ 13 ຕຸລາ 2025, ທີ່ຫ້ອງປະຊຸມນ້ອຍ( ຊັ້ນ 3 ) ຫ້ອງວ່າການເມືອງ; ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຕິດຕາມ, ກວດກາ ແລະ ເຜີຍແຜ່ຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ເລກທີ 215/ຄປພມ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານຕິດຕາ, ກວດກາ ແລະ ການການແກ້ໄຂຜົນຂອງການກວດກາ ຢູ່ໜ່ວຍພັກຫ້ອງວ່າການເມືອງ; ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສຸລິກາ ຈັນທະຄໍາເມີ ຄະນະປະຈໍາພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ມີສະຫາຍ ອໍາພອນ ໃສມະນີ ກໍາມະການພັກເມືອງ, ເລຂາໜ່ວຍພັກ ຫົວໜ້າຫ້ອງວ່າການເມືອງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ພະນັກງານຈາກຄະນະກວດກາພັກ-ລັດເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ໂພສາ ທອງສະຫວັດ ຮອງປະທານກວດກາພັກ-ລັດ ໄດ້ຜ່ານເອກະສານຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 215/ຄປພມ, ລົງວັນທີ 7 ກໍລະກົດ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານວຽກງານຕິດຕາມ, ກວດກາ ແລະ ການແກ້ໄຂຜົນຂອງການກວດກາ. ຈາກນັ້ນ, ສະຫາຍ ບຸນໂຮມ ສຸວັນເພັງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງວ່າການ, ປະທານກວດກາໜ່ວຍພັກ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ໃນໄລຍະ 9 ເດືອນຕົ້ນປີ 2025 ເຊີ່ງມີຜົນສໍາເລັດໃນຫຼາຍດ້ານ, ພ້ອມດຽວກັນນີ້ ຄະນະທີມງານຈາກຄະນະກວດກາພັກ-ລັດເມືອງ ກໍ່ໄດ້ເຈາະຈີ້ມແລກປ່ຽນບາງບັນຫາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ຂອງໜ່ວຍພັກ; ຈາກນັ້ນບັນດາສະຫາຍໃນຄະນະພັກ, ສະມາຊິກພັກ ກໍ່ໄດ້ປະກອບຄໍາຄິດເຫັນ, ຊີ້ແຈງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ຮັບຜົນສໍາເລັດ ແລະ ມີປະສິດທິຜົນ.
ຕອນທ້າຍ ສະຫາຍ ສຸລິກາ ຈັນທະຄໍາເມີ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊີ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຕິດຕາມ,ກວດກາ ໃນໄລຍະ 9 ເດືອນຕົ້ນປີ, ພ້ອມນີ້ສະຫາຍກໍ່ຍັງໄດ້ເນັ້ນໜັກຫຼາຍບັນຫາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນຄະນະພັກຕ້ອງໄດ້ເພີ່ມທະວີ ໃນການນໍາພາໃນການຈັດຕັ້ງປະຕິບັດກົດລະບຽບຂອງພັກ,ກົດໝາຍຂອງລັດ; ສະຫາຍປະທານກວດກາໜ່ວຍພັກ ຕ້ອງເອົາໃຈໃສ່ໃນການເຄື່ອນໄຫວເຮັດໜ້າທີ່ຕິດຕາມ, ກວດກາ ຕາມພາລະບົດບາດ, ໜ້າທີ່ຂອງຕົນ ຢ່າງເປັນປົກກະຕິ, ພ້ອມທັງຍົກສູງບົດບາດໃນການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ສອດຄ່ອງຕາມພາລະບົດບາດ, ໜ້າທີ່ ແລະ ສິດ ໃນຂົງເຂດວຽກງານຂອງຕົນ, ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບ, ຕີລາຄາຖືກຕ້ອງກັບສະພາບຄວາມເປັນຈິງ, ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ສະມາຊິກພັກໃຫ້ມີຄວາມໜັກແໜ້ນ.
ໂດຍ : ກວດກາພັກ-ລັດເມືອງໄຊເສດຖາ

