ໜ່ວຍພັກ ຄະນະກວດກາພັກແຂວງສາລະວັນ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ
13/10/2025
ໃນຕອນບ່າຍ ຂອງວັນທີ 10 ຕຸລາ 2025, ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງສາລະວັນ, ໄດ້ຈັດພິທີຮັບເອົາມະຫາຊົນທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ໂດຍການເປັນປະທານ ຂອງສະຫາຍ ພະນົມພອນ ສີວິໄຊ ຄະນະໜ່ວຍພັກ, ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ມີບັນດາສະຫາຍແຂກຖືກເຊີນຕາງໜ້າຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການແຂວງ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ທອງວັນ ພອນສະຫວັດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍຮັບເອົາມະຫາຊົນທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 04 ສະຫາຍ, ຍິງ 03 ສະຫາຍ ພ້ອມທັງມອບມະຕິຕົກລົງດັ່ງກ່າວໃຫ້ສະມາຊິກພັກສໍາຮອງໃໝ່.

ໃນຕອນທ້າຍ, ສະຫາຍ ພະນົມພອນ ສີວິໄຊ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວ, ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍຄະນະພັກ, ສະມາຊິກພັກພາຍໃນໜ່ວຍ ທີ່ໄດ້ເອົາໃຈໃສ່ໃນການຕິດຕາມ, ກໍ່ສ້າງມະຫາຊົນກ້າວໜ້າໃນໄລຍະຜ່ານມາ ແລະ ຍ້ອງຍໍສັນລະເສີນ ບັນດາສະຫາຍສະມາຊິກພັກສໍາຮອງໃໝ່ ທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການເຄື່ອນໄຫວວຽກງານຕົວຈິງຕາມຄວາມຮັບຜິດຊອບ-ຕາມການມອບໝາຍ ຈົນສາມາດຄົບມາດຖານເງື່ອນໄຂເຂົ້າເປັນສະມາຊິກພັກສໍາຮອງ ຕາມກົດລະບຽບພັກ ປະຊາຊົນປະຕິວັດລາວ. ພ້ອມທັງເນັ້ນໜັກໃຫ້ສະມາຊິກພັກສໍາຮອງໃໝ່ ທັງ 04 ສະຫາຍ, ຍິງ 03 ສະຫາຍ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດສິດ-ໜ້າທີ່, ຂໍ້ຫ້າມຂອງສະມາຊິກພັກ ແລະ ບຸກບືນສູ້ຊົນກໍ່ສ້າງຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນ.
ພາບ-ຂ່າວ: ຈິດຕິພັນ ແກ້ວອຸ່ນເຮືອນ ຄະນະກວດກາພັກ-ອົງການກວດກາລັດແຂວງ.

