ຄະນະກວດກາພັກ ແລະ ຄະນະຈັດຕັ້ງເມືອງວຽງພູຄາ, ແຂວງຫຼວງນໍ້າທາ, ໄດ້ຈັດກອງປະຊຸມຄະນະຮັບຜິດຊອບ ກະກຽມຄວາມພ້ອມ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025.

03/10/2025

ຄະນະກວດກາພັກ ແລະ ຄະນະຈັດຕັ້ງເມືອງວຽງພູຄາ, ແຂວງຫຼວງນໍ້າທາ, ໄດ້ຈັດກອງປະຊຸມຄະນະຮັບຜິດຊອບ ກະກຽມຄວາມພ້ອມ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025.

ໃນຕອນເຊົ້າຂອງວັນທີ 1 ຕຸລາ 2025 ຄະນະກວດກາພັກ ແລະ ຄະນະຈັດຕັ້ງເມືອງວຽງພູຄາ, ແຂວງຫຼວງນໍ້າທາ, ໄດ້ຈັດກອງປະຊຸມຄະນະຮັບຜິດຊອບ ກະກຽມຄວາມພ້ອມ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນ ເຮື່ອຍ ສົມຫວັງ, ກໍາມະການປະຈໍາພັກເມືອງ, ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີສະຫາຍຄະນະປະຈໍາພັກ ແລະ ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ນ ວຽງຄໍາ ອິນປະເສີດ, ກໍາມະການພັກເມືອງ, ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອກກະສານທີ່ກ່ຽວຂ້ອງຈໍານວນໜຶ່ງ.
ໂອກາດດັ່ງກ່າວ ບັນດາສະຫາຍ ຄະນະຮັບຜິດຊອບໄດ້ມີຄໍາເຫັນແລກປ່ຽນ ກ່ຽວກັບການກໍ່ສ້າງໜ່ວຍພັກ,ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງປະຕິບັດຕາມ 5 ບາດກ້າວ 3 ຂັ້ນຕອນ ແລະ 2 ວາລະ ທີ່ລະບຸໄວ້ໃນບົດແນະນໍາຢ່າງເຂັ້ມງວດ ເພື່ອຮັບປະກັບທາງດ້ານຄຸນນະພາບ ແລະ ປະລິມານ ເຮັດໃຫ້ການຈັດຕັ້ງພັກມີຄວາມເຂັ້ມແຂງທັງ 5 ມາດຖານ ສາມາດເປັນແກ່ນນໍາ ໃນລະບົບການເມືອງ.
ຕອນທ້າຍ ສະຫາຍ ນ ເຮື່ອຍ ສົມຫວັງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ມີຄໍາເຫັນເນັ້ນ ໃຫ້ຄະນະພັກ, ຄະນະຮັບຜິດຊອບ ແລະ ພະນັກງານທີ່ກ່ຽວຂ້ອງ ຕ້ອງເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມບັນດານິຕິກໍາ ແລະ ເອກກະສານຕ່າງໆ ທີ່ກ່ຽວຂ້ອງຢ່າງລະອຽດຊັດເຈນ ເພື່ອສະດວກໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ; ແບ່ງໜ້າທີ່ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ ກະກຽມສ້າງແຜນດໍາເນີນງານ, ແຜນງົບປະມານ ສະເໜີໃຫ້ຂັ້ນເທິງຮັບຮອງ; ຕ້ອງເຜີຍແຜ່ບັນດານິຕິກໍາ ແລະ ເອກະສານທີ່ສໍາຄັນກ່ຽວຂ້ອງກັບວຽກດັ່ງກ່າວ ຢູ່ຮາກຖານພັກໄດ້ເຊື່ອມຊຶມເຂົ້າຢ່າງເລິກເຊິ່ງເຖິງຖອງ.
ພາບ ແລະ ຂ່າວໂດຍ: ລຽນໄຊ ພົງທະສັກ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)