ຄະນະກວດກາພັກ ແຂວງສາລະວັນ ຈັດກອງປະຊຸມເຜີຍແຜ່ແນະນໍາ ການກວດກາ-ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025

02/10/2025

ຄະນະກວດກາພັກ ແຂວງສາລະວັນ ຈັດກອງປະຊຸມເຜີຍແຜ່ແນະນໍາ ການກວດກາ-ປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025

ໃນຕອນເຊົ້າ ຂອງວັນທີ 01 ຕຸລາ 2025, ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງສາລະວັນ, ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການກວດກາ-ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025ຂຶ້ນ, ໂດຍການເປັນປະທານ ຂອງສະຫາຍ ສົມສັກ ທົງຄໍາຫານ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ, ມີບັນດາເລຂາ-ຮອງເລຂາ ແລະ ຜູ້ເຮັດວຽກງານກວດກາ ຄະນະພັກຮາກຖານ-ໜ່ວຍພັກສໍານັກງານອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 34 ສະຫາຍ, ຍິງ 11 ສະຫາຍ.

ໃນກອງປະຊຸມໄດ້ເຜີຍແຜ່-ເຊື່ອມຊຶມ ຄໍາແນະນໍາ ຂອງຄະນະກວດກາພັກແຂວງ ສະບັບເລກທີ 166/ຄກພຂ.ສວ, ລົງວັນທີ 29 ສິງຫາ 2025 ກ່ຽວກັບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຫຼັງຈາກນັ້ນ, ຜູ້ເຂົ້າກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄໍາເຫັນແລກປ່ຽນຖອດຖອນບົດຮຽນ ໂດຍຍົກໃຫ້ເຫັນຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາ ແລະ ການກະກຽມດ້ານຕ່າງໆໃນການກວດກາ-ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025.
ຕອນທ້າຍກອງປະຊຸມ, ສະຫາຍ ສົມສັກ ທົງຄໍາຫານ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາ ໂດຍສະເພາະໃຫ້ຄະນະພັກແຕ່ລະຂັ້ນ ຍົກສູງຄວາມຮັບຜິດຊອບໃນການກະກຽມ ແລະ ດໍາເນີນການກວດກາ-ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງຕາມບາດກ້າວ-ຂັ້ນຕອນ ແລະ ຖ່ວງທັນຕາມກໍານົດເວລາ.
ຂ່າວ: ຈິດຕິພັນ ແກ້ວອຸ່ນເຮືອນ ຄະນະກວດກາພັກແຂວງສາລະວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)