26/09/2025
ໃນວັນທີ 17 ກັນຍາ 2025 ຜ່ານມານີ້, ສະຫາຍ ອູ່ແສງ ເພັດຊະວົງ ຮອງປະທານ ຄະນະກວດກາພັກ, ອົງການກວດກາລັດ ແຂວງອຸດົມໄຊ ພ້ອມດ້ວຍຄະນະທີມງານ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານກວດກາຮອບດ້ານຢູ່ຄະນະກວດກາເມືອງນາໝໍ້ ທີ່ສະໂມສອນຂອງເມືອງ. ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ສົມຈັນ ທະວີວັນຮັກ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ອົງການກວດກາລັດເມືອງ, ມີບັນດາຮອງປະທານຄະນະກວດກາ, ພະນັກງານກວດກາເມືອງ, ຜູ້ເຮັດວຽກງານກວດກາຂອງໜ່ວຍພັກອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 04 ສະຫາຍ.
ການລົງເຄື່ອນໄຫວ, ຊຸກຍູ້ໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານຜ່ານບົດສະຫຼຸບກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານ ໃນໄລຍະ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2025 ຈາກ ສະຫາຍ ສົມຈັນ ທະວີວັນຮັກ ໂດຍຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ໃນໄລຍະຜ່ານມາ. ຈາກນັ້ນ, ຄະນະທີມງານກວດກາແຂວງກໍໄດ້ມີຄໍາເຫັນທາງດ້ານວິຊາການແລກປ່ຽນ, ຄໍາຖາມເຈາະຈີ້ມ ຕໍ່ຜູ້ເຮັດວຽກງານກວດກາອາຊີບ ແລະ ຜູ້ເຮັດວຽກກວດກາໜ່ວຍພັກສໍານັກງານ-ອົງການ ແລະ ໄດ້ຊີ້ແຈ້ງແກ້ໄຂບັນຫາຂໍ້ຂ້ອງໃຈທີ່ໄດ້ແລກປ່ຽນເຊິ່ງກັນ ແລະ ກັນ. 



