24/09/2025
ວັນທີ 18 ກັນຍາ 2025 ທີ່ຜ່ານມາ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງເຊກອງ ກຳມະບານຮາກຖານ ຄະນະກວດກາພັກແຂວງ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ແລະ ຮັບຮອງທິດທາງແຜນການປີ 2025 ຂຶ້ນ. ໂດຍເຂົ້າຮ່ວມເປັນຄະນະປະທານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງ, ວ່າການປະທານຄະນະກວດກາພັກແຂວງ, ມີ ທ່ານ ສົມບູນ ບຸນປອນ ຮອງປະທານຄະນະກວດກາພັກແຂວງ, ປະທານກໍາມະບານຮາກຖານຄະນະກວດກາພັກແຂວງ ແລະ ທ່ານ ສະຫງຽນ ຄຸນນະທິບ, ຮອງປະທານສະຫະພັນກຳມະບານແຂວງ, ມີແຂກທີ່ຖືກເຊີນພ້ອມດ້ວຍສະມາຊິກກໍາມະບານພາຍໃນຮາກຖານເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 17 ທ່ານ.
ໃນພິທີ ທ່ານ ສົມບູນ ບຸນປອນ ໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການໃນ 1 ປີ ຕໍ່ໜ້າ, ພ້ອມທັງມອບໃບຮັບຮອງ 5 ເປັນເຈົ້າປະຈຳປີ, ປະດັບຫຼຽນກາສູງສຸດຂອງກຳມະບານໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ແລະ ມອບໃບຍ້ອງຍໍສູນກາງສະຫະພັນກຳມະບານລາວ ໃຫ້ແກ່ບຸກຄົນ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍແຂ່ງຂັນ 5 ເປັນເຈົ້າໄລຍະ 1 ສະໄໝ, ເຊິ່ງກໍາມະບານຮາກຖານຄະນະກວດກາພັກ-ລັດແຂວງເຊກອງ ມີສະມະຊິກທັງໝົດ 25 ທ່ານ, ຍິງ 11 ທ່ານ ເຊິ່ງສາມາດຈັດຕັ້ງປະຕິບັດຕາມ 5 ມາດຖານ ໄດ້ຕາມແຜນທີ່ກໍານົດໄວ້ ຈຶ່ງສາມາດໄດ້ຮັບ ໃບຮັບຮອງ ກໍາມະບານຮາກຖານ 5 ເປັນເຈົ້າ ປະຈໍາປີ 2024 ແລະ ວາງທິດທາງເພື່ອຈັດຕັ້ງປະຕິບັດ ເນື້ອຂໍ້ແຂ່ງຂັ້ນ 5 ເປັນເຈົ້າ ປະຈໍາປີ 2025. ພ້ອມດຽວກັນນີ້, ຍັງໄດ້ມີການປະດັບຫຼຽນກາສູງສຸດຂອງກຳມະບານລາວ ໃຫ້ກົມກອງ 1 ຫຼຽນ ແລະ ບຸກຄົນ 1 ຫຼຽນ ແລະ ມອບໃບຍ້ອງຍໍຂັ້ນສູນກາງສະຫະພັນກຳມະບານລາວ ໃຫ້ບຸກຄົນຈຳນວນ 20 ທ່ານ ທີ່ສັງກັດຢູ່ກຳມະບານຮາກຖານຄະນະກວດກາພັກ-ລັດແຂວງເຊກອງ.



