23/09/2025
ໃນວັນທີ 18 ກັນຍາ 2025 ນີ້, ສະຫາຍ ວາລີ ຈືນໍເຍັງ ກໍາມະການປະຈໍາພັກແຂວງ ປະທານ ຄະນະກວດກາພັກ, ອົງການກວດກາລັດ ແຂວງອຸດົມໄຊ ພ້ອມດ້ວຍຄະນະທີມງານ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານກວດກາປົກກະຕິ ຢູ່ຄະນະກວດກາ ເມືອງແບງ ທີ່ຫ້ອງປະຊຸມ ອຸດສາຫະກຳ ແລະ ການຄ້າເມືອງ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ທອງເພັດ ຈັນທະວົງ ກຳມະການປະຈຳພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ, ມີບັນດາສະຫາຍ ປະທານກວດກາຄະນະພັກຮາກຖານ, ຜູ້ເຮັດວຽກງານກວດກາຂອງໜ່ວຍພັກຖານ ແລະ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ສໍານັກງານ-ອົງການອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 42 ສະຫາຍ, ຍິງ 06 ສະຫາຍ.
ໃນການລົງເຄື່ອນໄຫວ, ຊຸກຍູ້ໃນຄັ້ງນີ້ ໄດ້ຮັບຟັງຜ່ານບົດສະຫຼຸບ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານ ໃນໄລຍະ 09 ເດືອນຕົ້ນປີ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2025 ຈາກສະຫາຍຄຳແສງ ສຸດທິວົງ ກຳມະການພັກເມືອງ, ຮອງປະທານຄະນະກວດກາເມືອງ ໂດຍຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ໃນໄລຍະຜ່ານມາ. ຈາກນັ້ນຄະນະທີມງານແຂວງໄດ້ມີຄໍາເຫັນທາງດ້ານວິຊາການແລກປ່ຽນ ຕາມຄໍາຖາມເຈາະຈີ້ມ ນໍາຜູ້ເຮັດວຽກງານກວດກາແຕ່ລະຮາກຖານພັກ ແລະ ໄດ້ຊີ້ແຈງແກ້ໄຂ້ບັນຫາຂໍ້ຂ້ອງໃຈ ຢ່າງພະວະວິໄສ.


