ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ລົງເຄື່ອນໄຫວຊຸກຍູ້ວຽກງານຕິດຕາມ, ກວດກາ ແລະ ເຜີຍແຜ່ຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 215/ຄປພມ ຢູ່ໜ່ວຍພັກຫ້ອງການຍຸຕິທໍາເມືອງ

22/09/2025

ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ລົງເຄື່ອນໄຫວຊຸກຍູ້ວຽກງານຕິດຕາມ, ກວດກາ ແລະ ເຜີຍແຜ່ຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 215/ຄປພມ ຢູ່ໜ່ວຍພັກຫ້ອງການຍຸຕິທໍາເມືອງ

ໃນວັນທີ 18 ກັນຍາ 2025, ທີ່ຫ້ອງປະຊຸມຫ້ອງການຍຸຕິທໍາເມືອງ ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຕິດຕາມ, ກວດກາ ແລະ ເຜີຍແຜ່ຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ເລກທີ 215/ຄປພມ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານວຽກງານຕິດຕາມ, ກວດກາ ແລະ ການແກ້ໄຂຜົນຂອງການກວດກາ ຢູ່ໜ່ວຍພັກຫ້ອງການຍຸຕິທໍາເມືອງ; ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສຸກກອນ ດໍາມະຈັນ ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ- ລັດເມືອງ, ມີສະຫາຍ ສໍສົມຊາຍ ພົມມະຈັກ ກໍາມະການພັກເມືອງ, ເລຂາໜ່ວຍພັກ -ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຈາກຄະນະກວດກາພັກ-ລັດເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ສີຄະນວນໄຊ ແກ້ວບົວເງິນ ຫົວໜ້າໜ່ວຍງານກວດກາລັດ ໄດ້ຜ່ານເອກະສານຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 215/ຄປພມ, ລົງວັນທີ 7 ກໍລະກົດ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານວຽກງານຕິດຕາມ, ກວດກາ ແລະ ການແກ້ໄຂຜົນຂອງການກວດກາ, ຈາກນັ້ນ ສະຫາຍ ສອນວິໄຊ ພູມປະເສີດ ຮອງເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ໃນໄລຍະ 9 ເດືອນຕົ້ນປີ 2025 ເຊິ່ງມີຜົນສໍາເລັດໃນຫຼາຍດ້ານ. ພ້ອມດຽວກັນນີ້ ຄະນະທີມງານຈາກຄະນະກວດກາພັກ-ລັດເມືອງ ກໍ່ໄດ້ເຈາະຈີ້ມແລກປ່ຽນບາງບັນຫາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ຂອງໜ່ວຍພັກ; ຈາກນັ້ນບັນດາສະຫາຍໃນຄະນະພັກ, ສະມາຊິກພັກ ກໍ່ໄດ້ປະກອບຄໍາຄິດເຫັນ, ຊີ້ແຈງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ຮັບຜົນສໍາເລັດ ແລະ ມີປະສິດທິຜົນ.
ຕອນທ້າຍ ສະຫາຍ ສຸກກອນ ດໍາມະຈັນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊີ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຕິດຕາມ,ກວດກາ ໃນໄລຍະ 9 ເດືອນຕົ້ນປີ, ພ້ອມນີ້ສະຫາຍກໍ່ຍັງໄດ້ເນັ້ນໜັກຫຼາຍບັນຫາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນ ສະຫາຍຜູ້ກວດກາໜ່ວຍພັກຕ້ອງໄດ້ເພີ່ມທະວີ ກໍາແໜ້ນຕໍ່ເນື້ອໃນ ຂອງວຽກງານຕິດຕາມ, ກວດກາພັກ, ກວດກາລັດ ໃຫ້ເລິກເຊີ່ງ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ພ້ອມທັງສ່ອງແສງລາຍງານ ໃຫ້ຄະນະພັກຂັ້ນເທິງ ຢ່າງເປັນປົກກະຕິ, ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ, ຂອງບັນດາໜ່ວຍງານ, ການນໍາໃຊ້ງົບປະມານບໍລິຫານຂອງຫ້ອງການໃຫ້ຖືກຕ້ອງຕາມລະບຽບການ.
ໂດຍ : ອານັນ ພິມມະເສນ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)