ຄະນະກວດກາພັກເມືອງສະໜາມໄຊ ເຄື່ອນໄຫວຊຸກຍູ້ການດໍາເນີນຊີວິດການເມືອງ ແລະ ເຜີຍແຜ່ ເອກະສານກ່ຽວກັບວຽກງານກວດກາ ຢູ່ໜ່ວຍພັກບ້ານປາກບໍ່

22/09/2025

ຄະນະກວດກາພັກເມືອງສະໜາມໄຊ ເຄື່ອນໄຫວຊຸກຍູ້ການດໍາເນີນຊີວິດການເມືອງ ແລະ ເຜີຍແຜ່ ເອກະສານກ່ຽວກັບວຽກງານກວດກາ ຢູ່ໜ່ວຍພັກບ້ານປາກບໍ່

ໃນວັນທີ 18 ກັນຍາ 2025, ຄະນະກວດກາພັກເມືອງສະໜາມໄຊ ແຂວງ ອັດຕະປື ໄດ້ເຄື່ອນໄຫວຊຸກຍູ້ການດໍາເນີນຊີວິດການເມືອງ ແລະ ເຜີຍແຜ່ ບາງເອກະສານ ກ່ຽວກັບ ວຽກງານກວດກາພັກ ໃຫ້ແກ່ໜ່ວຍພັກຮາກຖານ ບ້ານປາກບໍ່, ໂດຍການເປັນປະທານຂອງສະຫາຍ ຈັນທະພອນ ຈ່ອຍຄຳລຽນ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກ-ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງເມືອງ, ມີສະຫາຍ ຄໍາຕັນ ໄຊຍະລາດ ຮອງປະທານຄະນະກວດກາພັກເມືອງ, ສະຫາຍ ບັນດິດ ພວງປະເສີດ ເລຂາໜ່ວຍພັກບ້ານປາກບໍ່ ພ້ອມດ້ວຍຄະນະທີມງານທີ່ລົງຊຸກຍູ້ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 03 ສະຫາຍ.ໃນກອງປະຊຸມ, ສະຫາຍ ບັນດິດ ພວງປະເສີດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກການນໍາພາ - ຊີ້ນໍາ ໃນໄລຍະຜ່ານມາໂດຍຫຍໍ້. ຈາກນັ້ນ, ສະຫາຍ ຈັນທະພອນ ຈ່ອຍຄຳລຽນ ແລະ ຄະນະທີມງານ ກໍໄດ້ຜັດປ່ຽນກັນ ເຜີຍແຜ່ເອກະສານ ກ່ຽວກັບ ຄຳສັ່ງແນະນຳ ເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ; ຄຳແນະນຳ ເລກທີ 379/ຄກສພ ກ່ຽວກັບ ການປັບປຸງການຈັດຕັ້ງ ຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; ພ້ອມທັງແນະນຳ ແບບແຜນ ວິທີເຮັດວຽກໃຫ້ຜູ້ຮັບຜິດຊອບ ວຽກງານກວດກາພັກ ແລະ ຂໍ້ຫ້າມຂອງສະມາຊິກພັກ ໃຫ້ສະມາຊິກພັກ ມີຄວາມຮັບຮູ້ເຂົ້າໃຈຂຶ້ນຕື່ມ. ພ້ອມດຽວກັນ, ສະມາຊິກພັກພາຍໃນໜ່ວຍພັກບ້ານ ກໍ່ໄດ້ມີການແລກປ່ຽນບົດຮຽນຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສົນທະນາແລກປ່ຽນບົດຮຽນຮ່ວມກັບ ຄະນະທີມງານທີ່ລົງເຄື່ອນໄຫວຊຸກຍູ້ໃນຄັ້ງນີ້ອີກດ້ວຍ.

ຕອນທ້າຍ, ສະຫາຍ ຈັນທະພອນ ຈ່ອຍຄຳລຽນ ຍັງໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ, ພ້ອມນີ້ສະຫາຍຍັງເນັ້ນໜັກໃຫ້ ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ ຖືເອົາການດໍາເນີນຊີວິດການເມືອງເປັນການປົວແປງພັກ, ຕໍານິສົ່ງຂ່າວຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນ, ຕີລາຄາໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນແຕ່ລະໄລຍະ. ການຈັດຕັ້ງປະຕິບັດແບບແຜນວິທີເຮັດວຽກ ໃຫ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ ເພື່ອຫຼີກເວັ້ນບັນຫາ, ຫາງສຽງຈາກສັງຄົມ. ນອກນີ້, ໃຫ້ເອົາໃຈໃສ່ ວຽກງານກວດກາພັກເປັນວຽກງານສຳຄັນ ໃຫ້ປະທານກວດກາໜ່ວຍພັກ ປະຕິບັດພາລະບົດບາດຂອງຕົນດ້ວຍຄວາມເຂັ້ມແຂງ ແລະ ມີການລາຍງານຕໍ່ຄະນະກວດກາພັກເມືອງ ຢ່າງເປັນປົກກະຕິ, ເພື່ອເປັນກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ກາຍເປັນ ໜ່ວຍພັກ ປອດໃສ,ເຂັ້ມແຂງ, ໜັກແໜ້ນ. ທັງນີ້ ກໍ່ເປັນການສ້າງຜົນງານ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ທີ່ຈະຈັດຂຶ້ນໃນໄວໆນີ້ ແລະ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ຂ່າວ-ພາບ: ຄະນະກວດກາພັກເມືອງສະໜາມໄຊ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)