19/09/2025
ໃນວັນທີ 10 ກັນຍາ 2025 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນ ເມືອງຫຼາ, ຄະນະກວດກາແຂວງອຸດົມໄຊ ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານກວດກາທົ່ວເມືອງ ເຊິ່ງການເຄື່ອນໄຫວຄັ້ງນີ້ ນຳໂດຍ ສະຫາຍ ທະນູໄຊ ເລືອງສະຫວັດ ຮອງປະທານ ຄະນະກວດກາແຂວງອຸດົມໄຊ ພ້ອມດ້ວຍຄະນະ. ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ດຣ ຈື່ວ່າ ຊາວເຊັງ ຄະນະປະຈໍາພັກເມືອງ ປະທານກວດກາພັກ-ລັດເມືອງຫຼາ ພ້ອມດ້ວຍພະນັກງານພາຍໃນຄະນະກວດກາເມືອງ ແລະ ຄະນະພັກອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 31 ສະຫາຍ, ຍິງ 06 ສະຫາຍ.
ໂອກາດທີ່ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ ຄັ້ງນີ້ ສະຫາຍ ສຸລິເທີ້ມ ສີວິໄລ ຮອງປະທານ ຄະນະກວດກາເມືອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາ ປະຈໍາ 09 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນການ 03 ເດືອນ ທ້າຍປີ 2025, ພ້ອມທັງລາຍງານຫຍໍ້ຕາມຄໍາຖາມເຈາະຈິ້ມ ຂອງຄະນະກວດກາແຂວງ ເຊິ່ງສະແດງໃຫ້ເຫັນຜົນສໍາເລັດ ໂດຍສະເພາະການຕິດຕາມ, ຊຸກຍູ້ ການດໍາເນີນຊີວິດປະຈໍາເດືອນ, ການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ພາລະບົດບາດຂອງຜູ້ເຮັດວຽກງານກວດກາ ຂອງບັນດາໜ່ວຍພັກອ້ອມຂ້າງເມືອງ ແລະ ການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເຊິ່ງໄດ້ເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ສະແດງອອກໃຫ້ເຫັນແຈ້ງພາຍໃນເມືອງຫຼາ ແມ່ນບໍ່ມີພະນັກງານກະທໍາຜິດຕໍ່ລະບຽບກົດໝາຍ.ຫຼັງຈາກນັ້ນ ຜູ້ແທນກອງປະຊຸມກໍໄດ້ມີຄໍາເຫັນແລກປ່ຽນກັນ ຢ່າງພາວະວິໄສ ແລະ ກົງໄປກົງມາ ເຊິ່ງຄະນະກວດກາແຂວງຍັງໄດ້ຊີ້ແຈງຂໍ້ຂ້ອງໃຈ ກ່ຽວກັບບັນຫາຕ່າງໆ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີຂຶ້ນ, ເປັນຕົ້ນແມ່ນເນັ້ນໃຫ້ເຫັນ ພາລະບົດບາດ ຄວາມສໍາຄັນ ໃນການເຄື່ອນໄຫວຂອງວຽກງານກວດກາ, ລະບຽບການຂະຫຍາຍພັກ, ການຍົກຍ້າຍ, ການສະຫຼຸບລາຍງານສະຖິຕິພັກ, ການປະຕິບັດໜ້າທີ່ຢູ່ຂັ້ນຮາກຖານ ແລະ ການດໍາເນີນຊີວິດໜ່ວຍພັກ.



