ອະດີດ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອະດີດຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຖືກດຳເນີນຄະດີ ໃນຂໍ້ກ່າວຫາ ສໍ້ລາດບັງຫຼວງ
18/09/2025

ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ກວດກາການປະຕິບັດໜ້າທີ່ຄວາມຮັບຜິດຊອບການເມືອງ ຂອງພະນັກງານຂັ້ນສູນກາງຄຸ້ມຄອງ ຢູ່ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ໃນເມື່ອກ່ອນ) ຜ່ານການກວດກາພົບເຫັນ ອະດີດ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອະດີດຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລະເມີດລະບຽບການ ແລະ ກົດໝາຍ ຊຶ່ງໄດ້ສ້າງຜົນເສຍຫາຍໃຫ້ແກ່ລັດຈຳນວນຫຼວງຫຼາຍ. ສະນັ້ນ, ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຈຶ່ງໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ແລະ ນໍາໃຊ້ມາດຕະການສະກັດກັ້ນ (ກັກຕົວ) ຕໍ່ພວກກ່ຽວໃນວັນທີ 25 ກໍລະກົດ 2025 ແລະ ວັນທີ 04 ກັນຍາ 2025 ໂດຍສອດຄ່ອງຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃນຂໍ້ກ່າວຫາ: ສໍ້ລາດບັງຫຼວງ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ.
ປະຈຸບັນ ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນເພີ່ມເຕີມ ເພື່ອສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອຖະແຫຼງສັ່ງຟ້ອງຂຶ້ນສານຕາມຂັ້ນຕອນຂອງກົດໝາຍ. ສ່ວນພະນັກງານຈໍານວນໜຶ່ງ ຢູ່ກົມນໍ້າປະປາ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ມີການກະທໍາຜິດຮ່ວມກັບ ອະດີດຫົວໜ້າກົມນໍ້າປະປາ ກໍ່ກໍາລັງດໍາເນີນການທາງວິໄນດ້ານບໍລິຫານ ຕາມຄວາມຜິດຕົວຈິງ.