18/09/2025

ໃນຕອນບ່າຍຂອງວັນທີ 17 ກັນຍາ 2025 ທີ່ ຫ້ອງຮັບແຂກຂອງຄະນະກວດກາສູນກາງພັກ, ທ່ານຮອງປະທານ ອົງການກວດກາແຫ່ງລັດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ. ຝ່າຍອົງການກວດກາແຫ່ງລັດນຳໂດຍ ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານ ອົງການກວດກາແຫ່ງລັດ ພ້ອມດ້ວຍຄະນະ; ຝ່າຍສະຖານທູດເກົາຫຼີ ນຳໂດຍ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເນື່ອງຈາກວ່າ ທ່ານ ໄຊຄຳ ອຸ່ນມີໄຊ ເປັນສະມາຊິກ ຂອງຄະນະສະມາຊິກສະພາມິດຕະພາບລາວ-ເກົາຫຼີ. ສະນັ້ນ, ທ່ານ ເອກອັກຄະລັດຖະທູດ ສ.ເກົາຫຼີ ຈຶ່ງມີຈຸດປະສົງຂໍເຂົ້າຢ້ຽມຂ່ຳນັບ, ພົບປະປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືກັນໃນອະນາຄົດ ເພື່ອທຳຄວາມຮູ້ຈັກໃຫ້ຫຼາຍຂຶ້ນ ແລະ ເພື່ອເປັນການກະກຽມສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ສ.ເກົາຫຼີ ຄົບຮອບ 30 ປີ ທີ່ຈະມາເຖິງນີ້. ໃນພິທີ ທ່ານ ໄຊຄຳ ອຸ່ນມີໄຊ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການພົບປະໃນຄັ້ງນີ້ຂອງທັງສອງຝ່າຍ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ທ່ານທູດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະເທດ. ນອກຈາກນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດຂອງສອງປະເທດ ເຊິ່ງໃນປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ກໍຄື ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລາວ-ສ.ເກົາຫຼີ (ວັນສ້າງຕັ້ງສາຍພົວພັນການທູດ: ວັນທີ 25 ຕຸລາ 1995) ແລະ ຫວັງຢ່າງຍິ່ງວ່າ ໃນໂອກາດດັ່ງກ່າວນີ້ ຈະມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ແລກປ່ຽນຄະນະຜູ້ແທນຂັ້ນວິຊາການ ແລະ ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ຟົດຟື້ນ, ພ້ອມທັງສະເໜີ ທ່ານທູດ ກໍຄື ສະຖານທູດ ສ.ເກົາຫຼີ ສືບຕໍ່ເຮັດວຽກຢ່າງໃກ້ຊິດ ຮ່ວມກັບ ກະຊວງການຕ່າງປະເທດ ກໍ່ຄືອົງການກວດກາແຫ່ງລັດ ເພື່ອປຶກສາຫາລືກ່ຽວກັບ ລາຍລະອຽດແຜນງານຮ່ວມມື ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການກະກຽມຈັດບັນດາກິດຈະກໍາສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ. ນອກຈາກນີ້, ທັງສອງຝ່າຍກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາອີກດ້ວຍ.