17/09/2025

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2025 ທີ່ຫ້ອງປະຊຸມຄະນະກວດກາພັກແຂວງຫຼວງພະບາງ ໄດ້ຕ້ອນຮັບການຢ້ຽມຢາມ, ພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະກວດກາ ພັກ-ລັດ ແຂວງຫຼວງພະບາງ ແລະ ຄະນະຜູ້ແທນ ຄະນະກໍາມະການກວດກາວິໄນ ແຂວງໄຮໜານ ແຫ່ງ ສປ ຈີນ. ເຊິ່ງຄະນະກໍາມະການກວດກາວິໄນແຂວງໄຮໜານ ນຳໂດຍສະຫາຍ ເສີນ ກົວເມັງ ກໍາມະການປະຈໍາພັກແຂວງ, ເລຂາຄະນະກໍາມະການກວດກາວິໄນແຂວງ, ຫົວໜ້າຄະນະຕິດຕາມ ກວດກາວິໄນແຂວງໄຮໜານ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບໂດຍສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາ ພັກ-ລັດ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ. ໃນພິທີ ສະຫາຍ ຄຳຫຼ້າ ລຽນປະດິດ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຍິນດີ ຕໍ່ການມາຢ້ຽມຢາມ, ພົບປະແລກປ່ຽນບົດຮຽນຂອງຄະນະຜູ້ແທນ ຄະນະກໍາມະການກວດກາວິໄນແຂວງໄຮໜານໃນຄັ້ງນີ້, ເຊິ່ງເປັນການຈັດຕັ້ງປະຕິບັດຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມສະຕາກໍາລາວ-ຈີນ ສະບັບ ປີ 2024-2028 ເພື່ອລົງເລິກການຮ່ວມມື ລະຫວ່າງ ແຂວງໄຮໜານ ແລະ ແຂວງຫຼວງພະບາງ, ພ້ອມທັງຊຸກຍູ້ການຮ່ວມມືທາງດ້ານວຽກງານວິຊາສະເພາະ ໃຫ້ດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ຍັງໄດ້ລາຍງານສະພາບລວມ, ຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການເຄື່ອນໄຫວວຽກງານກວດກາ ໃນ 1 ປີຜ່ານມາ. ຈາກນັ້ນ, ສະຫາຍ ເສີນ ກົວເມັງ ກໍ່ໄດ້ລາຍງານກ່ຽວກັບສະພາບລວມ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວວຽກງານກວດກາ ຂອງຄະນະກໍາມະການກວດກາວິໄນພັກ. ພາຍຫຼັງສໍາເລັດການລາຍງານ ທັງສອງຝ່າຍກໍ່ໄດ້ມີແລກປ່ຽນຄຳຄິດ-ຄຳເຫັນ ເພື່ອເປັນການຖອດຖອນບົດຮຽນ, ປະສົບການນໍາໄປໝູນໃຊ້ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.
ໃນຕອນທ້າຍ ສະຫາຍ ຄຳຫຼ້າ ລຽນປະດິດ ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືຍຸດທະສາດຮອບດ້ານ ແລະ ຄູ່ຮ່ວມຊະຕາກຳ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນາ; ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງ ສອງອົງການກວດກາ ຈົ່ງສືບຕໍ່ຂະຫຍາຍຕົວໄປສູ່ລວງເລິກ, ໜັກແໜ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.