17/09/2025
ໃນທ້າຍເດືອນສິງຫາ 2025 ທີ່ຜ່ານມາ ສະຫາຍ ສົມເພັດ ສຸຂະເສີມ ກໍາມະການປະຈໍາພັກເມືອງ, ປະທານຄະນະກວດກາ ພັກ-ລັດ ເມືອງຈອມເພັດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຕິດຕາມ, ກວດກາ ຢູ່ໜ່ວຍພັກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຈອມເພັດ. ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ລັດຕະນະ ມົງບຸບຜາ ເລຂາໜ່ວຍພັກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີຄະນະໜ່ວຍພັກ, ຜູ້ເຮັດວຽກງານກວດກາໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 14 ສະຫາຍ, ຍິງ 02 ສະຫາຍ.
ໃນກອງປະຊຸມ ສະຫາຍ ລັດຕະນະ ມົງບຸບຜາ ໄດ້ຂຶ້ນຜ່ານບົດລາຍງານສະພາບການນໍາພາ-ຊີ້ນໍາໃນໄລຍະ 06 ເດືອນຕົ້ນປີຜ່ານມາ. ພ້ອມນີ້, ສະຫາຍ ບຸນເລີດ ບົວລະພັນ ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ-ລັດເມືອງ ກໍ່ໄດ້ຂຶ້ນເຜີຍແຜ່ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຜູ້ເຮັດວຽກງານກວດກາພັກ. ຈາກນັ້ນ, ສະຫາຍ ຈັນດີ ບຸນຍະສອນ ຮອງປະທານຄະນະກວດກາພັກ-ລັດເມືອງ , ໄດ້ຂຶ້ນເຜີຍແຜ່ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຜູ້ເຮັດວຽກງານກວດກາລັດ. ພ້ອມດຽວກັນນັ້ນ, ໃນກອງປະຊຸມກໍ່ໄດ້ມີການສົນທະນາແລກປ່ຽນບົດຮຽນລະຫວ່າງຄະນະກວດກາເມືອງ ແລະ ຜູ້ເຮັດວຽກງານກວດກາໜ່ວຍພັກອີກດ້ວຍ.

