ພະນັກງານຈໍານວນ​ໜຶ່ງຂອງ ລັດວິສາຫະກິດໄຟຟ້າລາວ ຖືກດຳເນີນຄະດີ

16/09/2025

ພະນັກງານຈໍານວນ​ໜຶ່ງຂອງ ລັດວິສາຫະກິດໄຟຟ້າລາວ ຖືກດຳເນີນຄະດີ

​ໃນໄລຍະຜ່ານມາ ອົງການ​ກວດກາ​ແຫ່ງ​ລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ດຳເນີນການກວດກາ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສົ່ງ 230 ກວ ທ່າວຽງ-ຫຼັກ20 ແລະ ໂຄງການກໍ່ສ້າງສາຍສົ່ງ 115 ກວ ນໍ້າໄຜ່-ທົ່ງຄູນ. ຜ່ານການກວດກາຕົວຈິງພົບເຫັນ ພະນັກງານລັດວິສາຫະກິດໄຟຟ້າລາວ ຈຳນວນໜຶ່ງມີພຶດຕິກໍາລະເມີດລະບຽບການ ແລະ ກົດໝາຍ ພ້ອມທັງມີປະກົດການສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດຈາກໂຄງການດັ່ງກ່າວ. ຊຶ່ງການກະທໍາດັ່ງກ່າວໄດ້ສ້າງຜົນເສຍຫາຍໃຫ້ແກ່ລັດເປັນຈຳນວນຫຼວງຫຼາຍ. ສະນັ້ນ, ໃນວັນທີ 25/7/2025 ອົງການ​ກວດກາ​ແຫ່ງ​ລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຈຶ່ງໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ແລະ ນຳໃຊ້ມາດຕະການສະກັດກັ້ນ (ກັກຕົວ) ຕໍ່ພະນັກງານກ່ຽວຂ້ອງຈຳນວນ 2 ຄົນ ຄື: ອະດີດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ອະດີດ ຫົວໜ້າຫ້ອງການສຶກສາສຳຫຼວດອອກແບບສາຍສົ່ງ ແລະ ສະຖານີ ໃນ​ຂໍ້​ກ່າວ​ຫາ: ສໍ້​ລາດ​ບັງ​ຫຼວງ, ການ​ສວຍ​ໃຊ້​ຖານະ​ຕໍ​າ​ແໜ່ງ, ສິດ​ອໍານາດ, ໜ້າ​ທີ່ ​ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ.
ປັດຈຸ​ບັນ​ ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນເພີ່ມເຕີມ ເພື່ອສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອຖະແຫຼງສັ່ງຟ້ອງຂຶ້ນສານຕາມຂັ້ນຕອນຂອງກົດໝາຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)