ກອງປະຊຸມໂຄສະນາເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຢູ່ກະຊວງສາທາລະນະສຸກ​

16/09/2025

ກອງປະຊຸມໂຄສະນາເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຢູ່ກະຊວງສາທາລະນະສຸກ​

ວັນທີ 08 ກັນຍາ 2025 ນີ້, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ ໄດ້ສົມທົບກັບກົມກວດກາກະຊວງສາທາລະນະສຸກ ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ຢູ່ທີ່ຫ້ອງປະຊຸມກະຊວງສາທາສະນະສຸກ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈໍາພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ທ່ານ ສຸພາບ ປັນຍາແກ້ວ ວ່າການຫົວໜ້າກົມກວດກາກະຊວງສາທາລະນະສຸກ, ຄະນະທີມງານຈາກອົງການກວດກາແຫ່ງລັດ ນໍາໂດຍ ທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກວດກາພັກຮາກຖານ, ຜູ້ກວດກາໜ່ວຍພັກ ແລະ ພະນັກງານກົມກວດກາກະຊວງເຂົ້າຮ່ວມທັງໝົດ 56 ທ່ານ, ຍິງ 20 ທ່ານ.ໃນກອງປະຊຸມທ່ານ ທ່ານ ດຣ ໄພວັນ ແກ້ວປະເສີດ ໄດ້ມີຄໍາເຫັນເປີດກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເຊິ່ງເປັນວຽກຂອງຄະນະພັກ, ຄະນະນໍາ ແລະ ພະນັກງານທັງໝົດ. ການລົງໂຄສະນາເຜີຍແຜ່ ແລະ ຊຸກຍູ້ໃນຄັ້ງນີ້ ເປັນບາດກ້າວທີ່ສໍາຄັນ ໃນການຊ່ວຍຊຸກຍູ້ໃຫ້ ຄະນະກວດກາພັກກະຊວງ, ກົມກວດກາ, ຄະນະກວດກາພັກຮາກຖານ ແລະ ໜ່ວຍພັກ ໃນການເຄື່ອນໄຫວຂອງຕົນ ແລະ ເປັນບົດຮຽນໃຫ້ຜູ້ເຮັດວຽກງານກວດກາຫຼາຍຂຶ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມ ຄວນຍາດແຍ່ງແລກປ່ຽນເອົາບົດຮຽນນໍາຄະນະສໍາມະນາກອນ ທີ່ມາເຜີຍແຜ່ໃນຄັ້ງນີ້.ຈາກນັ້ນ ທ່ານ ສູນທະລາ ເຂັມພິລາດ ກໍໄດ້ຂຶ້ນເຜີຍແຜ່ເອກະສານບົດຮຽນຂອງສາກົນ ແລະ ບາງບົດຮຽນຂອງລາວ ຕໍ່ວຽກງານສະກັດກັ້ນການສໍ້ລາດບັງຫຼວງ. ພ້ອມກັນນັ້ນ ທີມງານຈາກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຍັງໄດ້ເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ, ວຽກງານສະກັດກັ້ນ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນການສໍ້ລາດບັງຫຼວງ, ຍັງໄດ້ນໍາສະເໜີການແຈ້ງຊັບສິນຂອງພະນັກງານໃຫ້ຜູ້ເຂົ້າຮ່ວມກອງປະຊຸມເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ທີ່ເຮັດວຽກງານກວດກາມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນທີ່ດີຂຶ້ນເລື່ອຍໆ.ຂຽນຂ່າວໂດຍ:ທ່ານວັນຄານລັດຊະວົງ (ກົມຕ້ານແລະສອບສວນການສໍ້ລາດບັງຫຼວງ).

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)