ຄະນະກວດກາພັກ-ອົງການກວດກາລັດແຂວງບໍ່ແກ້ວ ຈັດກອງປະຊຸມສະຫຼຸບ ແລະ ຄົ້ນຄວ້າຄັດເລືອກຜົນງານໃນຂະບວນການແຂ່ງຂັນພາຍໃຕ້ຫົວຂໍ້: ແຂ່ງຂັນ 2 ຕິດຕາມ 3 ກວດກາ 4 ແກ້ໄຂ

16/09/2025

ຄະນະກວດກາພັກ-ອົງການກວດກາລັດແຂວງບໍ່ແກ້ວ ຈັດກອງປະຊຸມສະຫຼຸບ ແລະ ຄົ້ນຄວ້າຄັດເລືອກຜົນງານໃນຂະບວນການແຂ່ງຂັນພາຍໃຕ້ຫົວຂໍ້: ແຂ່ງຂັນ 2 ຕິດຕາມ 3 ກວດກາ 4 ແກ້ໄຂ

ກອງປະຊຸມສະຫຼຸບ ແລະ ຄົ້ນຄວ້າຄັດເລືອກຜົນງານໃນຂະບວນການແຂ່ງຂັນພາຍໃຕ້ຫົວຂໍ້: ແຂ່ງຂັນ 2 ຕິດຕາມ 3 ກວດກາ 4 ແກ້ໄຂ ຂອງຄະນະກວດກາພັກ-ອົງການກວດກາລັດແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2025 ທີ່ຫ້ອງປະຊຸມຄະນະກວດກາພັກ, ອົງການກວດກາລັດແຂວງ ໂດຍການເປັນປະທານຂອງທ່ານ ປອ ສົມຄິດ ວົງປັນຍາ ກຳມະການພັກແຂວງ ຮອງປະທານກວດກາພັກ-ລັດແຂວງ, ມີບັນດາຄະນະພັກ-ຄະນະນຳ, ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານ, ສະມາຊິກພັກເຂົ້າຮ່ວມ.ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 2 ຕິດຕາມ 3 ກວດກາ 4 ແກ້ໄຂຄັ້ງນີ້ ກໍ່ເພື່ອຍົກໃຫ້ເຫັນ ເຖິງໝາກຜົນ ແລະ ຜົນງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍຕິດພັນກັບເນື້ອໃນຂໍ້ແຂ່ງຂັນຕ່າງໆ ໃຫ້ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 2 ຕິດຕາມ 3 ກວດກາ 4 ແກ້ໄຂ ຂອງຄະນະກວດກາພັກ-ອົງການກວດກາລັດແຂວງ ໃຫ້ໄດ້ຮັບຜົນດີ. ພ້ອມນັ້ນ ທ່ານ ນາງ ຈັນສະຫວັນ ວິລະວັນ ຫົວໜ້າຂະແໜງກວດກາພັກ ຄະນະກວດກາພັກ-ອົງການກວດກາລັດແຂວງ ໄດ້ຜ່ານບົດສະຫຼຸບຜົນງານຂອງການປະເມີນກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ 2021-2025 ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ 2026-2030. ຜ່ານການປະເມີນຜົນຂອງການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 2 ຕິດຕາມ 3 ກວດກາ 4 ແກ້ໄຂ ເຫັນວ່າພະນັກງານສະມາຊິກພັກ ແມ່ນມີຄວາມພະຍາຍາມສຸມສະຕິປັນຍາເຫື່ອແຮງປະກອບສ່ວນເຂົ້າໃນວຽກງານຢ່າງຕັ້ງໜ້າ ເຊິ່ງສະແດງອອກຄື: ເນື້ອໃນ 2 ຕິດຕາມ ປະກອບມີຕິດຕາມປົກກະຕິ ປະຕິບັດໄດ້ 90%, ຕິດຕາມບັນຫາສະເພາະ ປະຕິບັດໄດ້ 90%; ເນື້ອໃນ 3 ກວດກາມີຄື ກວດກາທົ່ວເຖິງປະຕິບັດໄດ້ 90%, ກວດກາເລິກເຊິ່ງ ປະຕິບັດໄດ້ 91%, ກວດກາໂປ່ງໃສ ປະຕິບັດໄດ້ 92% ແລະ ເນື້ອໃນ 4 ແກ້ໄຂ ມີແກ້ໄຂຖືກຕ້ອງ ປະຕິບັດໄດ້ 94%, ແກ້ໄຂເດັດຂາດ ປະຕິບັດໄດ້ 94%, ແກ້ໄຂທັນເຫດການ ປະຕິບັດໄດ້ 94%, ແກ້ໄຂເປັນທໍາ ປະຕິບັດໄດ້ 94%.

ກອງປະຊຸມຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍ່ແກ້ວ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືການພັດທະນາແຂວງບໍ່ແກ້ວ ຈຳນວນ 17 ໃບ, ກົມກອງ 1 ໃບ ເປັນກຽດມອບໃບຍ້ອງຍໍ ໂດຍທ່ານ ປອ ສົມຄິດ ວົງປັນຍາ. ທັງນີ້ກໍ່ເພື່ອເປັນການສັນລະເສີນຜົນງານຄຸນຄວາມດີໃນການຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າ ທັງເປັນການເອກອ້າງເຖິງຜົນງານໃນການຈັດຕັ້ງປະຕິບັດວຽກງານຢ່າງມີຜົນສຳເລັດ ແລະ ເປັນການປະກອບສ່ວນເຂົ້າໃນວຽກງານຂະບວນການແຂ່ງຂັນຢ່າງແທ້ຈິງ.
ພາບ-ຂ່າວ: ຫຸມພັນ ໄຊຍະສັກ ນັກຂ່າວຄະນະກວດກາແຂວງບໍ່ແກ້ວ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)