16/09/2025
ໃນຕອນເຊົ້າຂອງວັນທີ 11 ກັນຍາ 2025 ອົງການກວດກາລັດເມືອງວຽງພູຄາ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາປົກກະຕິ ຢູ່ຫ້ອງການ-ການເງິນເມືອງວຽງພູຄາ, ໂດຍການນໍາພາທີມງານກວດກາ ຂອງທ່ານ ຕຽງຄໍາ ຊຽນປັນຍາ ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນສົງ ແກ້ວມະນີວົງ ກໍາມະການພັກເມືອງ, ຮອງຫົວໜ້າຫ້ອງການ-ການເມືອງ, ມີທີມງານຈາກຄະນະກວດກາເມືອງ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ-ຮອງໜ່ວຍງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 4 ທ່ານ.

ໃນການລົງຕິດຕາມ, ກວດກາ ປົກກະຕິຄັ້ງນີ້ ທີມງານຄະນະກວດກາເມືອງ ໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກຂອງເຈົ້າເມືອງ ວ່າດ້ວຍການອະນຸມັດໃຫ້ຄະນະກວດກາພັກ-ອົງການກວດກາລັດ ລົງເຄື່ອນໄຫວຕິດຕາມ, ກວດກາ ປົກກະຕິ ປະຈໍາປີ 2025. ພ້ອມກັນນັ້ນ ຫ້ອງການ-ການເງິນເມືອງວຽງພູຄາ ກໍໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເງິນໃນໄລຍະ 8 ເດືອນຜ່ານມາ ແລະ ຈຸດສຸມວຽກງານໃນທ້າຍປີ 2025 ເຊິ່ງສະແດງໃຫ້ເຫັນໃນດ້ານລາຍຮັບ ແຜນປີ 2025 ມີ 8,513,000,000 ກີບ, ປະຕິບັດໃນໄລຍະ 8 ເດືອນໄດ້ 5,371,681,198 ກີບເທົ່າກັບ 63,10% ຄາດຄະເນ ໃນ 4 ເດືອນທ້າຍປີ 2025 ໃຫ້ໄດ້ 2,664,849,548 ກີບ; ລວມຍອດດ້ານລາຍຈ່າຍ ແຜນປີ 2025 ແມ່ນ 45,122,710,000 ກີບ, ປະຕິບັດໄລຍະ 8 ເດືອນໄດ້ 28,488,974,161 ກີບ ເທົ່າກັບ 63,14%, ຄາດຄະເນ 4 ເດືອນ ທ້າຍປີ 2025 ໃຫ້ໄດ້ 16,633,735,839 ກີບ. ໃນໂອກາດດັ່ງກ່າວ ທາງທີມງານຄະນະກວດກາພັກ-ອົງການກວດກາລັດເມືອງ ກໍໄດ້ມີຄໍາເຫັນແລກປ່ຽນ ກ່ຽວກັບວຽກງານ ການເງິນ ໃນການເກັບລາຍຮັບພາຍໃນເມືອງ ຢ່າງກົງໄປກົງມາ.


