ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ 1 ຢູ່ສະຖາບັນທະນາຄານແຫ່ງ ສປປ ລາວ

12/09/2025

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ 1 ຢູ່ສະຖາບັນທະນາຄານແຫ່ງ ສປປ ລາວ

ໃນຕອນເຊົ້າຂອງວັນທີ 12 ກັນຍາ 2025, ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ (ຈຸທີ 2), ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ 1 ຂຶ້ນ ຢູ່ທີ່ສະຖາບັນການທະນາຄານ, ປະກອບມີ 5 ພາກສ່ວນຄື: ທະນາຄານແຫ່ງ ສປປ ລາວ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ອົງການກາແດງແຫ່ງຊາດລາວ. ໃຫ້ກຽດເຂົ້າຮ່ວມມີບັນດາສະຫາຍ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາກຳມະການສູນກາງພັກສົມບູນ-ສຳຮອງ, ລັດຖະມົນຕີ-ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າອົງການທຽບເທົ່າ, ມີບັນດາສະຫາຍພະນັກງານບຳນານອາວຸໂສ, ອາດີດການນຳຂັ້ນສູງ, ຄະນະບໍລິຫານງານພັກກະຊວງ-ອົງການທຽບເທົ່າ, ຫົວໜ້າກົມ-ຮອງຫົວໜ້າກົມ, ບັນດາສະຫາຍ ເລຂາ, ຮອງເລຂາ ຄະນະພັກຮາກຖານ-ໜ່ວຍພັກຮາກຖານ, ຜູ້ແທນກອງປະຊຸມ ແລະ ຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ ຈໍານວນ 318 ສະຫາຍ.ໃນກອງປະຊຸມ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກ ເລກທີ 20/ກມສພ, ລົງວັນທີ 26 ກັນຍາ 2024 ວ່າດ້ວຍມາດຕະຖານເງື່ອນໄຂຄະນະບໍລິຫານງານສູນກາງພັກສະໄໝທີ XII; ພ້ອມທັງມີຄໍາເຫັນເພີ່ມເຕີມ ກ່ຽວກັບສະພາບຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ຍັງປະຈໍາການ ມີລາຍຊື່ລົງທາບທາມ ຮອບທີ 1 ແລະ ສະຫາຍ ພັນເອກ ວິຊຽນ ຫານວິໄລ ຮອງຫົວໜ້າກົມ ກະຊວງປ້ອງກັນຄວາມສະຫງົບ, ຕ່າງໜ້າຄະນະຮັບຜິດຊອບທາບທາມ ຂຶ້ນແນະນໍາລະບຽບ ແລະ ວິທີຂີດບັດທາບທາມ. ຫຼັງຈາກນັ້ນຜູ້ແທນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ລົງຄະແນນສຽງທາບທາມບຸກຄະລາກອນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ຮອບທີ 1 ເພື່ອເລືອກເອົາຜູ້ທີ່ຄົບມາດຖານເງື່ອນໄຂ ທີ່ຈະເຂົ້າເປັນຄະນະບໍລິຫານງານສູນກາງພັກຊຸດໃໝ່ ສະໄໝທີ XII. ກອງປະຊຸມໄດ້ດໍາເນີນເປັນເວລາ 1 ຕອນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)