ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 02 ເດືອນ ຢູ່ ສສ ຫວຽດນາມ
11/09/2025

ຕອນບ່າຍວັນທີ 5 ກັນຍາ 2025 ຢູ່ທີ່ສະໂມສອນ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສສ ຫວຽດນາມ ໄດ້ຈັດພິທີເປີດ ຝຶກອົບຮົມວຽກງານກວດກາພັກ ໄລຍະສັ້ນ 02 ເດືອນ ຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສຈ.ປອ ເຊືອງຈຸງອີ ຮອງຜູ້ອຳນວຍການ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໂດຍມີເອກອັກຄະລັດຖະທູດ ສປປ ລາວ ປະຈໍາຫວຽດນາມ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກຫວຽດນາມ, ຄູ-ອາຈານ ແລະ ນັກສຳມະນາກອນ ຈາກ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີເປີດ ທ່ານ ຮສຈ.ປອ ເຊືອງຈຸງອີ ໄດ້ກ່າວຢ້ຳເຖິງຄວາມສຳພັນມິດຕະພາບພິເສດ ລາວ–ຫວຽດນາມ ແມ່ນມໍລະດົກອັນມີຄ່າ ແລະ ໄດ້ຮັບການຖ່າຍທອດສືບຕໍ່ກັນມາຈາກຮຸ່ນສູ່ຮຸ່ນ. ໃນນັ້ນ, ການຮ່ວມມືດ້ານການຝຶກອົບຮົມ ແລະ ການພັດທະນາບຸກຄະລາກອນ ແມ່ນພາລະກິດສໍາຄັນ ທີ່ຜູກພັນກັບຄວາມສໍາເລັດຂອງການປະຕິວັດຂອງສອງປະເທດ.
ການຝຶກອົບຮົມຄັ້ງນີ້ ແມ່ນໃຊ້ເວລາ 2 ເດືອນ ເຊິ່ງເລີ່ມແຕ່ວັນທີ 05 ກັນຍາ ຫາ 25 ຕຸລາ 2025 ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ສສ ຫວຽດນາມ ເຊິ່ງມີນັກສຳມະນາກອນຈາກ ສປປລາວ ເຂົ້າຮ່ວມທັງໝົດ ຈໍານວນ20 ສະຫາຍ, ຍິງ 5 ສະຫາຍ, ໃນນີ້: ມາຈາກຄະນະກວດກາສູນກາງພັກ ຈຳນວນ 5 ສະຫາຍ ຍິງ1 ສະຫາຍ, ມາຈາກຄະນະກວດກາກະຊວງ-ອົງການຈຳນວນ 9 ສະຫາຍ ຍິງ 4 ສະຫາຍ ແລະ ມາຈາກຄະນະກວດກາແຂວງ 6 ສະຫາຍ. ດ້ານຫຼັກສູດການຮຽນ-ການສອນ ປະກອບດ້ວຍ 2 ພາກໃຫຍ່, ມີ 25 ຫົວຂໍ້ ແລະ 250 ຊົ່ວໂມງຮຽນ ດັ່ງນີ້: ພາກທີ I ດ້ານທິດສະດີລວມ ກ່ຽວກັບວຽກງານກວດກາ, ຕິດຕາມຂອງພັກຄອມມູນິດຫວຽດນາມ ລວມມີ 06 ຫົວຂໍ້, 60 ຊົ່ວໂມງ. ພາກທີ II ວິຊາສະເພາະວຽກງານກວດກາ, ຕິດຕາມ, ລະບຽບວິໄນຂອງພັກຄອມມູນິດຫວຽດນາມມີ 19 ຫົວຂໍ້, 190 ຊົ່ວໂມງ. ນອກຈາກນີ້ ຍັງໄປທັດສະນະສຶກສາຕົວຈຶ່ງ ເພື່ອແລກປ່ຽນຖອດຖອນບົດຮຽນວຽກງານກວດກາພັກ ຢູ່ບາງແຂວງ ຂອງ ສສ ຫວຽດນາມອີກດ້ວຍ.
ການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮູ້-ຄວາມສາມາດ ກ່ຽວກັບວຽກງານຕິດຕາມ, ກວດກາພັກ, ແນໃສ່ເຮັດໃຫ້ນັກສໍາມະນາກອນກໍາໄດ້ດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຂອງວຽກງານກວດກາພັກຄອມມູນິດຫວຽດນາມ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢູ່ ສປປ ລາວ.