15/08/2025

ໃນຕອນເຊົ້າຂອງວັນທີ 15 ສິງຫາ 2025 ໜ່ວຍພັກກົມຄົ້ນຄວ້າ ແລະ ວາລະສານກວດກາ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ VII ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ ຂອງຄະນະກວດກາສູນກາງພັກ, ໂດຍການເປັນຄະນະປະທານກອງປະຊຸມຂອງ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈຳພັກ, ຮອງປະທານ ຄະນະກວດກາສູນກາງພັກ-ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ວັນຄຳ ໄຊວົງສັກ ກຳມະການພັກ ເລຂາໜ່ວຍພັກ, ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ແລະ ສະຫາຍ ນາງ ເກດມະນີ ຈຸນລະມະນີ ຮອງຫົວໜ້າກົມຈັດຕັ້ງພັກ-ພະນັກງານ ຕາງໜ້າອະນຸກຳມະການບຸກຄະລາກອນ, ເຊິ່ງມີຜູ່ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ຜູ່ຕາງໜ້າບັນດາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ແລະ ສະມາຊິກພັກອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫຍ່ ໜ່ວຍພັກ ກົມຄົ້ນຄວ້າ ແລະ ວາລະສານກວດກາ ຄັ້ງທີ VII, ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ສະໄໝທີ VI. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາຮ່າງເອກະສານດັ່ງກ່າວ. ນອກຈາກນີ້, ສະຫາຍ ນາງ ເກດມະນີ ຈຸນລະມະນີ ກໍໄດ້ຜ່ານມາດຖາດເງື່ອນໄຂຜູ່ອອກຮັບສະມັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ່ອອກສະໝັກຮັບເລືອກຕັ້ງ 05 ສະຫາຍ, ຍິງ 02 ສະຫາຍ, ເລືອກເອົາ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ກົມຄົ້ນຄວ້າ ແລະ ວາລະສານກວດກາ ຄັ້ງທີ VII ໄດ້ເປັນເອກະສັນເລືອກເອົາຄື: ສະຫາຍ ວັນຄຳ ໄຊວົງສັກ ເປັນ ເລຂາໜ່ວຍພັກ, ສະຫາຍ ປອ ສຸກັນ ບຸດທະວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນກຳມະການໜ່ວຍພັກ ພ້ອມທັງ ເປັນຜູ່ກວດກາໜ່ວຍພັກ. ໃນໂອກາດດຽວກັນນີ້, ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ສະຫາຍ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະໜ່ວຍພັກ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ. ພ້ອມກັນນີ້, ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນຳພາການເຮັດວຽກໃຫ້ມີຈຸດສຸມ, ກຳນົດຄາດໝາຍໃຫ້ເປັນອັນລະອຽດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ, ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ເຊີດຊູບົດບາດການນຳພາຂອງຄະນະໜ່ວຍພັກຊຸດໃໝ່ໃຫ້ສູງຂຶ້ນ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ ພ້ອມທັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນຄັ້ງນີ້ໃຫ້ປະກົດຜົນເປັນຈິງ.