14/08/2025

ໃນຕອນບ່າຍຂອງວັນທີ 14 ສິງຫາ 2025 ໜ່ວຍພັກກົມພົວພັນຕ່າງປະເທດ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ IV ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ ຂອງຄະນະກວດກາສູນກາງພັກ, ໂດຍການເປັນຄະນະປະທານຮ່ວມຂອງ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ກໍາມະການປະຈຳພັກ, ຮອງປະທານ ຄະນະກວດກາສູນກາງພັກ-ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ສຸພາວົງ ວັນທານຸວົງ ເລຂາໜ່ວຍພັກ, ຫົວໜ້າກົມພົວພັນຕ່າງປະເທດ ແລະ ສະຫາຍ ນາງ ເກດມະນີ ຈຸນລະມະນີ ຮອງຫົວໜ້າກົມຈັດຕັ້ງພັກ-ພະນັກງານ ຕາງໜ້າອະນຸກຳມະການບຸກຄະລາກອນ, ເຊິ່ງມີຜູ່ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ຜູ່ຕາງໜ້າບັນດາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ເຂົ້າຮ່ວມ.ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫຍ່ ໜ່ວຍພັກ ກົມພົວພັນຕ່າງປະເທດ ຄັ້ງທີ IV, ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ສະໄໝທີ III. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາຮ່າງເອກະສານດັ່ງກ່າວ. ນອກຈາກນີ້, ສະຫາຍ ນາງ ເກດມະນີ ຈຸນລະມະນີ ກໍໄດ້ຜ່ານມາດຖາດເງື່ອນໄຂຜູ່ອອກຮັບສະມັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ່ອອກສະໝັກຮັບເລືອກຕັ້ງ 05 ສະຫາຍ, ຍິງ 02 ສະຫາຍ, ເລືອກເອົາ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ກົມພົວພັນຕ່າງປະເທດ ຄັ້ງທີ IV ໄດ້ເປັນເອກະສັນເລືອກເອົາຄື: ສະຫາຍ ນາງ ບຸນທະວີ ຈິດຕິລາດ ເປັນ ເລຂາໜ່ວຍພັກ, ສະຫາຍ ຈັນພອນ ໄຊຍະແສງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ແສງທອງ ໄຊນີສຸວັນ ເປັນກຳມະການໜ່ວຍພັກ ພ້ອມທັງ ເປັນຜູ່ກວດກາໜ່ວຍພັກ.
ໃນໂອກາດດຽວກັນນີ້, ສະຫາຍ ວິໄລວັນ ບຸດດາຄຳ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ສະຫາຍ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະໜ່ວຍພັກຕ້ອງສືບຕໍ່ເພີ່ມທະວີເປັນເຈົ້າການ ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ມີການຫັນປ່ຽນຢ່າງກ້າວໜ້າ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ, ກໍ່ສ້າງສະມາຊິກພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍາສະພາບສະມາຊິກພັກ-ພະນັກງານ ເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງໜ້າຝຶກຜົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ, ເຊີດຊູບົດບາດການນຳພາຂອງຄະນະໜ່ວຍພັກຊຸດໃໝ່ໃຫ້ສູງຂຶ້ນ ພ້ອມທັງເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ, ເພີ່ມທະວີເປັນເຈົ້າການໃນການປະສານງານທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມວ່ອງໄວ ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ສຳເລັດຂຶ້ນເທື່ອລະກ້າວ.