ກອງປະຊຸມ ໂຄສະນາ, ເຜີຍແຜ່ ແລະ ຕິດຕາມ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຢູ່ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ
12/08/2025

ໃນວັນທີ 15 ກໍລະກົດ 2025 ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ ຮ່ວມກັບກົມກວດກາ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວໄດ້ຈັດກອງປະຊຸມ ໂຄສະນາ, ເຜີຍແຜ່ ແລະ ຕິດຕາມ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຢູ່ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາເພົ້າ ວັນນະວົງ ກໍາມະການຄະນະພັກກະຊວງ, ຮອງປະທານ ຄະນະກວດກາພັກກະຊວງ ຫົວໜ້າກົມກວດກາ ກະຊວງ ແລະ ທ່ານ ເທບພະໄທພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກວດກາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ກວດກາໜ່ວຍພັກ ແລະ ພະນັກງານ ກົມກວດກາກະຊວງ ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 11 ທ່ານ.
ໃນກອງປະຊຸມ ທ່ານ ຄໍາເພົ້າ ວັນນະວົງ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເຊິ່ງແມ່ນວຽກຂອງຄະນະພັກ, ຄະນະນໍາ ແລະ ເປັນຂອງພະນັກງານທັງໝົດ. ການເຜີຍແຜ່ ແລະ ລົງຊຸກຍູ້ໃນຄັ້ງນີ້ ເປັນບາດກ້າວໜຶ່ງ ແລະ ເປັນການຊຸກຍູ້ໃຫ້ ຄະນະກວດກາຄະນະພັກກະຊວງ, ກົມກວດກາ ແລະ ຄະນະກວດກາຂອງຄະນະພັກຮາກຖານ ແລະ ໜ່ວຍພັກ ໃນການເຄື່ອນໄຫວຂອງຕົນ ແລະ ຈະເປັນບົດຮຽນໃຫ້ຜູ້ເຮັດວຽກງານກວດກາຂຶ້ນຫຼາຍກວ່າເກົ່າ ຈຶ່ງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຍາດແຍ່ງແລກປ່ຽນບົດຮຽນນໍານັກສໍາມະນາກອນທີ່ມາເຜີຍແຜ່ຄັ້ງນີ້. ຈາກນັ້ນ ທ່ານ ເທບພະໄທ ພັນກ້າ ກໍໄດ້ເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ຍົກໃຫ້ເຫັນ ປະຫວັດການກໍາເນີດຂອງອົງການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນ ແລະ ໜ້າທີ່ຂອງຄະນະພັກ, ຄະນະນໍາ ແລະ ສະມາຊິກພັກ, ພະນັກງານ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເຊິ່ງເປັນໄພອັນຕະລາຍທີ່ຮ້າຍແຮງຕໍ່ການພັດທະນາປະເທດຊາດ, ທໍາລາຍລະບົບເສດຖະກິດ ແລະ ການຈັດຕັ້ງຂອງພັກ-ລັດ, ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດ ຫຼຸດໜ້ອຍຖອຍລົງ. ສະນັ້ນ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຈຶ່ງແມ່ນໜ້າທີ່ຂອງໝົດທຸກຄົນໃນກົງຈັກລັດ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ.
ຈາກນັ້ນ ທ່ານ ພັນມະຫາ ສິລິພົນເດດ ຫົວໜ້າພະແນກສະກັດກັ້ນການສໍ້ລາດບັງຫຼວງ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ກໍ່ໄດ້ຂຶ້ນນໍາສະເໜີ ແລະ ແນະນໍາ ການແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ ໃຫ້ຜູ້ເຂົ້າຮ່ວມ ແລະ ພະນັກງານຂອງກົມກວດກາ ຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນໃນການຮັບ ແລະ ແຈ້ງຊັບສິນຂອງພະນັກງານໃນແຕ່ລະກໍລະນີ ຕາມທີ່ດໍາລັດ ວ່າດ້ວຍການແຈ້ງຊັບສິນ ເລກທີ 159/ລບ ກໍານົດໄວ້.