11/08/2025

ໃນຕອນບ່າຍຂອງວັນທີ 11 ສິງຫາ 2025, ກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ II ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ ຂອງຄະນະກວດກາສູນກາງພັກ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍາມະການປະຈຳພັກ ຮອງປະທານ ຄະນະກວດກາສູນກາງພັກ-ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ກໍລະກັນ ສິງອຸດົມ ຮັກສາການເລຂາໜ່ວຍພັກ, ຫົວໜ້າກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາ ແລະ ສະຫາຍ ນາງ ເກດມະນີ ຈຸນລະມະນີ ຮອງຫົວໜ້າກົມຈັດຕັ້ງພັກ-ພະນັກງານ ຕາງໜ້າອະນຸກຳມະການບຸກຄະລາກອນເຊິ່ງມີຜູ່ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ຜູ່ຕາງໜ້າບັນດາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ, ສະມາຊິກພັກຜູ່ອາວຸໂສບຳນານ ພາຍໃນກົມເຂົ້າຮ່ວມ.ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫຍ່ ໜ່ວຍພັກ ກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາ ຄັ້ງທີ II, ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກ ສະໄໝທີ I. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ກັບ ບັນດາຮ່າງເອກະສານດັ່ງກ່າວ. ນອກຈາກນີ້, ສະຫາຍ ນາງ ເກດມະນີ ຈຸນລະມະນີ ກໍໄດ້ຜ່ານມາດຖາດເງື່ອນໄຂຜູ້ອອກຮັບສະມັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ່ອອກສະໝັກຮັບເລືອກຕັ້ງ 5 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກ ກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາ ຄັ້ງທີ II ໄດ້ເປັນເອກະສັນເລືອກເອົາຄື: ສະຫາຍ ກໍລະກັນ ສິງອຸດົມ ເປັນ ເລຂາໜ່ວຍພັກ, ສະຫາຍ ນາງ ທອງປານ ໂຄດສີເມືອງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສົມເສີດ ບຸດດີ ເປັນກຳມະການຄະນະໜ່ວຍພັກ ພ້ອມທັງເປັນຜູ່ກວດກາໜ່ວຍພັກ.
ຂຽນໂດຍ: ນະຄອນເພັດ ວໍລະສານ.