ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ເຄື່ອນໄຫວ ຊຸກຍູ້ ແລະ ເຜີຍແຜ່ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຢູ່ ແຂວງ ໄຊຍະບູລີ.
06/08/2025
ໃນລະຫວ່າງວັນທີ 21 ຫາ 24 ກໍລະກົດ 2025 ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ຮ່ວມກັບອົງການກວດກາລັດແຂວງ ໄຊຍະບູລີ ໄດ້ເຄື່ອນໄຫວ ຊຸກຍູ້ ແລະ ເຜີຍແຜ່ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຢູ່ແຂວງໄຊຍະບູລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫວັງ ແກ້ວວິໄລສັກ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ ແຂວງໄຊຍະບູລີ ແລະ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ. ມີບັນດາກໍາມະການປະຈໍາພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ ແລະ ຜູ້ເຮັດວຽກງານກວດກາ ຂອງພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ພະນັກງານອົງການກວດກາລັດເມືອງ ໄຊຍະບູລີ ເຂົ້າຮ່ວມ ທັງໝົດ 77ທ່ານ, ຍິງ 20 ທ່ານ;

ການຈັດກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອໂຄສະນາເຜີຍແຜ່ ແລະ ແລກປ່ຽນບົດຮຽນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕ້ານການສໍ້ລາດບັງຫຼວງ ເຊິ່ງເນື້ອໃນເອກະສານທີ່ນຳມາເຜີຍແຜ່ປະກອບມີ: ປະຫວັດການສ້າງຕັ້ງອົງການກວດກາພັກ-ລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ຄົບຮອບ 43 ປີ, ສົນທີສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຄົບຮອບ 21 ປີ, ສປປ ລາວ ເຂົ້າຮ່ວມອົງການຕ້ານການສໍ້ລາດບັງຫຼວງ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຄົບຮອບ 15 ປີ ແລະ ຄວາມຮູ້ກ່ຽວກັບວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ; ແນະນຳເອກະສານການແຈ້ງຊັບສິນ. ການລົງເຄື່ອນໄຫວ ຊຸກຍູ້, ໂຄສະນາ ເຜີຍແຜ່ ໃນຄັ້ງນີ້ ກໍແມ່ນເພື່ອແນ່ໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້-ເຂົ້າໃຈ ຜົນຮ້າຍ ແລະ ໄພອັນຕະລາຍ ຂອງການສໍ້ລາດບັງຫຼວງ ທີ່ກະທົບຕໍ່ສັງຄົມ, ຕໍ່ການພັດທະນາ, ການບໍລິການ, ການບໍລິຫານ-ຄຸ້ມຄອງລັດ ແລະ ກະທົບເຖິງການນຳພາ-ຊີ້ນຳ ຂອງພັກ.



ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມຫວັງ ແກ້ວວິໄລສັກ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການນຳພາ-ຊີ້ນຳ ແລະ ອຳນວຍຄວາມສະດວກ ຕໍ່ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ນຳເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບຫຼັກການ, ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ ແລະ ແຕ່ລະຂົງເຂດວຽກງານຂອງຕົນ.

