01/08/2025

ໃນຕອນເຊົ້າຂອງວັນທີ 01 ສິງຫາ 2025 ກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນ ຢູ່ທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ. ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ສະຫາຍ ສຸລະພົນ ສີລາວີ ຮັກສາການເລຂາໜ່ວຍພັກ, ຫົວໜ້າກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ , ສະຫາຍ ນາງ ເກດມະນີ ຈຸນລະມະນີ ຮອງຫົວໜ້າກົມ ຕາງໜ້າກົມຈັດຕັ້ງ-ພະນັກງານ, ເຊິ່ງມີຜູ່ຕາງໜ້າຈາກໜ່ວຍພັກຂອງແຕ່ລະໜ່ວຍພັກ, ຜູ່ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ-ພະນັກງານ, ສະມາຊິກພັກຜູ້ອາວຸໂສ ບຳນານ ຂອງກົມຄົ້ນຄວ້າຄໍາຮ້ອງ ແລະ ຄຳສະເໜີເຂົ້າຮ່ວມຢ່າງພ້ອມພຽງ.ໃນກອງປະຊຸມໄດ້ຜ່ານບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ຄັ້ງທີ VI. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກ ກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີຊຸດໃໝ່, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 5 ສະຫາຍ ແລະ ກອງປະຊຸມໄດ້ເລືອກເອົາ 3 ສະຫາຍ ເປັນຄະນະໜ່ວຍພັກ ຊຸດໃໝ່ ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກກົມຄົ້ນຄວ້າ ຄຳຮ້ອງ ແລະ ຄຳສະເໜີ ຄັ້ງທີ VII ໄດ້ເປັນເອກະສັນເລືອກເອົາ ເລຂາ, ຮອງເລຂາ, ກໍາມະການຄະນະໜ່ວຍພັກ ເຊິ່ງໄດ້ເລືອກເອົາ: ສະຫາຍ ສຸລະພົນ ສີລາວີ ເປັນເລຂາໜ່ວຍພັກ, ສະຫາຍ ສີທອງ ປີ່ນແກ້ວ ເປັນຮອງເລຂາໜ່ວຍພັກ, ສະຫາຍ ວັນເພັງ ສີນໍລະແສງ ເປັນກຳມະການຄະນະໜ່ວຍພັກ ພ້ອມທັງເປັນປະທານກວດກາໜ່ວຍພັກ.
ໂອກາດນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຄວາມບາກບັ່ນພະຍາຍາມຂອງຄະນະໜ່ວຍພັກ, ສະມາຊິກພັກກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ທຸກສະຫາຍ ຕໍ່ຜົນສຳເລັດທີ່ຍາດມາໄດ້ຕະຫຼອດໄລຍະ 05 ປີ ຜ່ານມາ, ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍ ຕໍ່ກັບຂໍ້ຄົງຄ້າງທີ່ຕ້ອງໄດ້ແກ້ໄຂໃນຕໍ່ໜ້າ, ເຊິ່ງສະຫາຍຍັງໄດ້ໃຫ້ທິດຊີ້ນໍາ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ VII ຂອງໜ່ວຍພັກ ກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີໃຫ້ປະກົດຜົນເປັນຈິງ.