01/08/2025

ໃນລະຫວ່າງວັນທີ 02 ຫາ 04 ກໍລະກົດ 2025 ນີ້ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ຮ່ວມກັບອົງການກວດກາລັດແຂວງວຽງຈັນ ເຄື່ອນໄຫວຕິດຕາມ ຊຸກຍູ້ ແລະ ເຜີຍແຜ່ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ພ້ອມດ້ວຍຄະນະ ໂດຍມີຄະນະນຳ ຂອງອົງການກວດກາລັດແຂວງວຽງຈັນຮ່ວມເຄື່ອນໄຫວນໍາ.
ການລົງເຄື່ອນໄຫວຄັ້ງນີ້ ແມ່ນໄດ້ເຄື່ອນໄຫວແລກປ່ຽນບົດຮຽນ ແລະ ເຜີຍແຜ່ວຽກງານດັ່ງກ່າວ ຢູ່ສອງຈຸດ ຄື: ເທດສະບານແຂວງ ແລະ ເມືອງຫີນເຫີບ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ຄະນະບໍລິຫານງານພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານທີ່ເຮັດວຽກກວດກາຂອງພະແນກການຂອງແຂວງ ແລະ ເມືອງເຂົ້າຮ່ວມ ມີທັງໝົດ 165 ທ່ານ, ຍິງ 44 ທ່ານ. ເນື້ອໃນເອກະສານເຜີຍແຜ່ປະກອບມີ: ຄວາມຮູ້ກ່ຽວກັບວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ; ບົດຮຽນກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ; ແນະນຳເອກະສານແບບແຈ້ງຊັບສິນ; ເອກະສານວິທີການສໍາເນົາສໍານວນເອກະສານ ແລະ ເຄື່ອງຂອງກາງຄະດີ; ຕາຕະລາງເກັບກໍາຂໍ້ມູນສະຖິຕິກ່ຽວກັບວຽກງານສະກັດກັ້ນ, ກວດກາ ແລະ ສືບສວນ-ສອບສວນການສໍ້ລາດບັງຫຼວງ.
ການລົງເຄື່ອນໄຫວ ຕິດຕາມຊຸກຍູ້ໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ເຂົ້າໃຈ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຢ່າງຖືກຕ້ອງ ແລະ ເພື່ອນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງປະດິດສ້າງ, ຖືກຕ້ອງຕາມຫຼັກການ, ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ ແລະ ແຕ່ລະຂົງເຂດວຽກງານຂອງຕົນ.