01/08/2025
ໃນວັນທີ 25 ກໍລະກົດ 2025 ນີ້, ຄະນະກວດກາພັກ-ລັດ ເມືອງແບງ ໄດ້ຈັດກອງປະຊຸມປະເມີນຜົນງານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2021 – 2025 ຂຶ້ນທີ່ຫ້ອງການ ຄະນະກວດກາພັກ-ລັດ ເມືອງແບງ, ພາຍໃຕ້ການເປັນປະທານກອງປະຊຸມ ໂດຍ ທ່ານ ທອງເພັດ ຈັນທະວົງ ກໍາມະການປະຈໍາພັກເມືອງ, ປະທານ ຄະນະກວດກາພັກ, ປະທານ ອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ເມືອງແບງ ມີບັນດາພະນັກງານພາຍໃນກວດກາເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມດັ່ງກ່າວແມ່ນໄດ້ຮັບຟັງການຜ່ານຂໍ້ຕົກລົງ ເລກທີ 12 ລົງວັນທີ 26 ມີຖຸນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຮັບຜິດຊອບປະເມີນຂໍ້ແຂ່ງຂັນ-ຍ້ອງຍໍ້ ຮັກຊາດ ແລະ ພັດທະນາ, ຄໍາແນະນໍາເລກທີ 04/ພນ, ລົງວັນທີ 27ທັນວາ 2024 ກ່ຽວກັບການຍ້ອງຍໍ ແລະ ປະດັບຍ້ອງຍໍ ຈາກທ່ານ ຄໍາແສງ ສຸດທິວົງ ຮອງປະທານຄະນະກວດກາພັກ-ລັດເມືອງ ຈາກນັ້ນໄດ້ຜ່ານ ບົດເກັບກ່ຽວຂອງກົມກອງ-ລວມໝູ່, ບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 05 ປີ (2021-2025) ແລະ ທິດທາງແຜນການ 05ປີ (2026-2030) ໂດຍຍົກໃຫ້ເຫັນດ້ານດີ-ຜົນງານ ແລະ ດ້ານອ່ອນ-ຂໍ້ຄົງຂ້າງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໄດ້ມີຜົນສໍາເລັດໃນຫຼາຍດ້ານ ພ້ອມນັ້ນແຕ່ລະທ່ານໄດ້ປະກອບຄຳຄິດຄຳ ເຫັນຕໍ່ບົດເກັບກ່ຽວຂອງກົມກອງ ແລະ ບົດສະຫຼຸບຢ່າງພາວະວິໄສພ້ອມທັງເປັນເອກະພາບຮັບຮອງເອົາເນື້ອໃນດັ່ງກ່າວ ຫຼັງຈາກນັ້ນໄດ້ຮັບຟັງການຜ່ານບົດເກັບກ່ຽວຜົນງານຂອງບຸກຄົນພາຍໃນກວດກາເມືອງ ເຊິ່ງແຕ່ລະທ່ານແມ່ນໄດ້ມີຄວາມຈິງໃຈຕໍານິຕົນເອງ ແລະ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງມີລັກສະນະສ້າງສັນ, ບົນພື້ນຖານຄວາມຈິງ ໂດຍຜູ້ຖືກຕໍານິສົ່ງຂ່າວກໍຈິງໃຈຮັບເອົາ ແລະ ພ້ອມແລ້ວທີ່ຈະປ່ຽນແປງຢ່າງແທ້ຈິງ. ຄະນະກວດກາເມືອງແບງມີພະນັກງານທັງໝົດ 09 ສະຫາຍ, ຍິງ 02 ສະຫາຍ, ໃນບົດເກັບກ່ຽວຜົນງານຂອງບຸກຄົນໄດ້ສະເໜີຕີລາຄາຈັດປະເພດການຍ້ອງຍໍດັ່ງນີ້: ສະເໜີປະດັບຫຼຽນໄຊແຮງງານຊັ້ນ I ມີ 1 ທ່ານ, ສະເໜີປະດັບຫຼຽນໄຊແຮງງານຊັ້ນ II ມີ 1 ທ່ານ, ສະເໜີປະດັບຫຼຽນໄຊແຮງງານຊັ້ນ III ມີ 1 ທ່ານ, ສະເໜີປະດັບຫຼຽນກາແຮງງານ ມີ 4 ທ່ານ, ຍິງ 2 ທ່ານ; ສະເໜີຍ້ອງຍໍຂັ້ນລັດຖະບານ 2 ທ່ານ. ຄະນະຮັບຜິດຊອບຄົ້ນຄວ້າຍ້ອງຍໍສະເໜີ: ສະເໜີປະດັບຫຼຽນໄຊແຮງງານຊັ້ນ I ມີ 1 ທ່ານ, ສະເໜີປະດັບຫຼຽນໄຊແຮງງານຊັ້ນ II ມີ 1 ທ່ານ, ສະເໜີປະດັບຫຼຽນກາແຮງງານ ມີ 5 ທ່ານ, ຍິງ 2 ທ່ານ; ສະເໜີຍ້ອງຍໍຂັ້ນລັດຖະບານ 2 ທ່ານ. 

