31/07/2025
ໃນຕອນເຊົ້າ ຂອງວັນທີ 28 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ( ຊັ້ນ 3 )ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025ຂຶ້ນ; ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸລິກາ ຈັນທະຄໍາເມີ ຄະນະປະຈໍາພັກເມືອງ, ປະທານຄະນະກວດກາພັກ-ອົງການກວດກາລັດເມືອງ, ມີ ສະຫາຍ ສີໄລ ສີສະແຫວງສຸກ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ວິໄລພອນ ແກ່ນຈັນ ຮອງປະທານຄະນະກວດກາພັກ-ລັດແຂວງ, ບັນດາສະຫາຍໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ ຫ້ອງການອ້ອມຂ້າງ ແລະ ພະນັກງານກວດກາເມືອງ ເຂົ້າຮ່ວມທັງໝົດ 44 ສະຫາຍ, ຍິງ 10 ສະຫາຍ.
ນກອງປະຊຸມ ສະຫາຍ ສຸກກອນ ດໍາມະຈັນ ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ-ລັດ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ໃນໄລຍະ 6 ເດືອນຕົ້ນປີ 2025 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ຄົ້ນຄວ້າຜັນຂະຫຍາຍ ຄໍາສັ່ງແນະນໍາ ເລກທີ 169/ຄລສພ ມາເປັນຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ເລກທີ 215/ຄປພມ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານວຽກງານຕິດຕາມ, ກວດກາ ແລະ ການແກ້ໄຂຜົນຂອງການກວດກາ; ພ້ອມນີ້ກໍ່ໄດ້ຕິດຕາມ, ກວດກາ ການປະຕິບັດວິໄນ ຕໍ່ສະມາຊິກພັກຈຳນວນ 3 ສະຫາຍ, ຂັ້ນເອົາອອກຈາກພັກ 2 ສະຫາຍ, ຍິງ 1 ສະຫາຍ, ອີກ 1 ສະຫາຍ ຍັງຢູ່ໃນຂັ້ນຕອນຄົ້ນຄ້ວາຂອງຄະນະຮັບຜິດຊອບ, ໄດ້ສຸມໃສ່ການຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງອົງການບໍລິຫານລັດແຕ່ລະຂັ້ນ; ຕິດຕາມ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ 2025, ພ້ອມທັງແຕ່ງຕັ້ງຄະນະລົງເຄື່ອນໄຫວພາກສະໜາມ, ສາມາດກັກ-ຢຶດ ວັດຖຸອຸປະກອນ ແລະ ຜູ້ກະທໍາຜິດ ໄດ້ຈໍານວນໜື່ງ; ພ້ອມກັນນັ້ນ ໄດ້ສຶກສາອົບຮົມຜູ້ຮ່ວມກະທໍາຜິດ ແລະ ມອບໃຫ້ພາກສ່ວນກ່ຽວຂ້ອງ ດຳເນິນການສືບສວນ - ສອບສວນ ຂະຫຍາຍຜົນຫາຜູ້ກະທຳຜິດຕື່ມອີກ; ໄດ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດກົດໝາຍລັດຖະກອນ ຜ່ານກວດກາຕິດຕາມ, ກວດກາ ພົບເຫັນພະນັກງານ-ລັດຖະກອນ ທີ່ລະເມີດເຄື່ອນໄຫວບໍ່ສອດຄ່ອງ ຈຳນວນ 7 ທ່ານ( ໃນ 5 ຫ້ອງການ ). ພ້ອມນັ້ນ, ກໍ່ໄດ້ຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ມີການປະກອບຄໍາຄິດເຫັນ ຕໍ່ກັບເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າຕື່ມອີກ.




