ແຂວງສາລະວັນ ປະກາດແຕ່ງຕັ້ງ ຮອງປະທານຄະນະກວດກາພັກແຂວງ ຜູ່ໃໝ່

30/07/2025

ແຂວງສາລະວັນ ປະກາດແຕ່ງຕັ້ງ ຮອງປະທານຄະນະກວດກາພັກແຂວງ ຜູ່ໃໝ່

ໃນຕອນເຊົ້າ ວັນທີ 30 ກໍລະກົດ 2025 ນີ້, ທີ່ຫ້ອງປະຊຸມຂອງຄະນະກວດກາແຂວງສາລະວັນ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງປະທານຄະນະກວດກາພັກແຂວງ ຜູ່ໃໝ່ຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄຳຫານ ກຳມະການພັກແຂວງ ປະທານຄະນະກວດກາພັກແຂວງ, ມີຜູ່ຕາງໜ້າຈາກອົງການທຽບເທົ່າ, ພະນັກງານຫຼັກແຫຼ່ງ-ພະນັກງານລັດຖະກອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ກໍຄືວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ທັງເປັນການກະກຽມໃສ່ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງສາລະວັນ ຄັ້ງທີ X, ໃຫ້ເປັນຂະບວນການຟົດຟື້ນ, ແຂວງສາລະວັນ ໄດ້ປະກາດແຕ່ງຕັ້ງ ຮອງປະທານຄະນະກວດກາພັກ ແຂວງສາລະວັນຜູ້ໃໝ່, ຕາມຂໍ້ຕົກລົງ ຂອງເຈົ້າແຂວງສາລະວັນ ສະບັບເລກທີ 1327, ລົງວັນທີ 18 ກໍລະກົດ 2025, ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພະນົມພອນ ສີວິໄຊ ເປັນຮອງປະທານຄະນະກວດກາພັກແຂວງສາລະວັນ ຜູ່ໃໝ່.

ໃນໂອກາດນີ້ ສະຫາຍ ນາງ ບຸນທະວີ ດວງລາສີ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ໝາກຜົນ ແລະ ຜົນງານທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາ, ພ້ອມທັງເນັ້ນໃຫ້ ຜູ້ຖືກແຕ່ງຕັ້ງໃໝ່ຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງໃນທຸກຂະບວນການໃຫ້ກາຍເປັນຜູ່ສືບທອດທີ່ດີ, ຍົກສູງຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີແບບແຜນວິທີເຮັດວຽກ ແລະ ແບບແຜນການນໍາພາ, ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດເປັນກ້າວໆ. ​​
ພາບ-ຂ່າວ: ຈິດຕິພັນ ແກ້ວອຸ່ນເຮືອນ ຄະນະກວດກາພັກ-ອົງການກວດກາລັດແຂວງສາລະວັນ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)