ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ປະກາດພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ

29/07/2025

ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ປະກາດພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ

ໃນຕອນເຊົ້າວັນທີ 29 ກໍລະກົດ 2025 ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານຂຶ້ນ ທີ່ຫ້ອງປະຊຸມໃຫຍ່ຂອງຕົນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ-ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ. ມີບັນດາຮອງປະທານ, ຫົວໜ້າກົມ, ຮອງກົມ, ຜູ່ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ພະນັກງານ ວິຊາການພາຍໃນຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ສະຫາຍ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ສະບັບເລກທີ 554/ຄລສພ, ລົງວັນທີ 18 ມິຖຸນາ 2025 ຕົກລົງໃຫ້ ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ລວມອາຍຸການ 50 ປີ ອອກພັກການ-ຮັບອຸດໜູນບຳນານ ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ສະບັບເລກທີ 558/ຄລສພ, ລົງວັນທີ 18 ມິຖຸນາ 2025 ຕົກລົງໃຫ້ ສະຫາຍ ວັນໄຊ ຊົງຊາຢູ ກໍາມະການຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ລວມອາຍຸການ 55 ປີ ອອກພັກການ-ຮັບອຸດໜູນບຳນານ. ໃຫ້ກຽດຂຶ້ນມອບ-ຮັບມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກຄັ້ງນີ້ໂດຍ ສະຫາຍ ປອ ຄຳພັນ ພົມມະທັດ.

ໃນຕອນທ້າຍຂອງພິທີ ສະຫາຍ ປອ ຄຳພັນ ພົມມະທັດ ກໍ່ໄດ້ມີຄໍາເຫັນໂອລົມຕໍ່ ເຊິ່ງໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງຈົນເຮັດໃຫ້ຕົນເອງໄດ້ຮັບໜ້າທີ່ສຳຄັນ ແລະ ເປັນແບບຢ່າງໃນການປະຕິບັດໜ້າທີ່ຂອງຕົນ, ພ້ອມທັງເນັ້ນໃຫ້ ສະມາຊິກພັກ-ພະນັກງານທຸກຄົນ ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສຸມສະຕິປັນຍາຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງທີ່ກ່ຽວຂ້ອງຕິດພັນກັບວຽກງານຕົວຈິງໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)