ໜ່ວຍພັກຄະນະກວດກາພັກແຂວງຫຼວງພະບາງ ຮັບມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ
29/07/2025
ຕອນບ່າຍຂອງວັນທີ 17 ກໍລະກົດ 2025 ຢູ່ທີ່ຫ້ອງການຄະນະກວດກາພັກ-ລັດແຂວງຫຼວງພະບາງ ໄດ້ຈັດພິທີ ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນຂຶ້ນ ໂດຍເຮັດເປັນ 02 ວາລະ. ໃຫ້ກຽດເປັນປະທານຂອງ ສະຫາຍ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ ປະທານກວດກາພັກແຂວງ, ເລຂາໜ່ວຍພັກຄະນະກວດກາແຂວງ ມີຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນພິທີສະຫາຍ ສົມຄິດ ແກ່ນມະນີ ຄະນະໜ່ວຍພັກ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ 1 ສະຫາຍ ໂດຍອີງຕາມມາດຕາທີ 2, ໝວດທີ I ຂອງກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝ ທີ XI ວ່າດ້ວຍລະບຽບການຂະຫຍາຍພັກ, ການຮັບສະມາຊິກພັກສໍາຮອງ ແລະ ພິຈາລະນາເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ, ພ້ອມທັງມອບມະຕິຕົກລົງດັ່ງກ່າວໃຫ້ແກ່ສະມາຊິກພັກ 3 ສະຫາຍ.

ໃນຕອນທ້າຍ ສະຫາຍ ຄໍາຫຼ້າ ລຽນປະດິດ ກໍໄດ້ໃຫ້ກຽດມີຄໍາເຫັນ-ໂອ້ລົມ ຕໍ່ສະມາຊິກພັກທັງ 3 ສະຫາຍ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກສົມບູນ ທີ່ໄດ້ຕິດຕາມມະຫາຊົນກ້າວໜ້າ, ສະມາຊິກພັກສໍາຮອງ ຈົນສາມາດຂະຫຍາຍເຂົ້າພັກໄດ້ຕາມກົດລະບຽບຂອງພັກ ແລະ ຍ້ອງຍໍສັນລະເສີນສະມາຊິກພັກສໍາຮອງ ທີ່ໄດ້ບຸກບືນຝຶກຝົນຫຼໍ່ຫຼອມຕົນເອງ ໃນການປະຕິບັດໜ້າທີ່ການເມືອງ, ຄວາມຮັບຜິດຊອບຕາມການມອບໝາຍ ແລະ ສ້າງຕົນເອງໄດ້ກ້າວເຂົ້າເປັນສະມາຊິກພັກສົມບູນ ຕາມລະບຽບພັກເປັນຢ່າງດີ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ເຊີດຊູຄວາມເປັນແບບຢ່າງໃນການປະຕິບັດວຽກງານ ກໍຄືການດໍາລົງຊີວິດທີ່ປອດໃສ, ສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນນໍາບັນດາເອກະສານຕ່າງໆໃຫ້ຫຼາຍຂຶ້ນ ເພື່ອນໍາເອົາບົດຮຽນໃໝ່ໆມາໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດທີ່ສູງຂຶ້ນກວ່າເກົ່າ.
ຂ່າວໂດຍ: ສຸລິສັກ ແສງສະຫວັດ

