ສະຫາຍ ຄໍາຫຼ້າ ລຽນປະດິດ ລົງຊີ້ນໍາການທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ IX ຮອບທີ 1

29/07/2025

ສະຫາຍ ຄໍາຫຼ້າ ລຽນປະດິດ ລົງຊີ້ນໍາການທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ IX ຮອບທີ 1

ໃນລະຫວ່າງວັນທີ 14-16 ກໍລະກົດ 2025 ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ IX ຮອບທີ 1 ຢູ່ 3 ເມືອງ ຄື: ເມືອງໂພນໄຊ, ເມືອງປາກແຊງ ແລະ ເມືອງຈອມເພັດ ແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ, ປະທານ ຄະນະກວດກາພັກ, ອົງການກວດກາລັດແຂວງ ຜູ້ລົງຊີ້ນຳ. ເຂົ້າຮ່ວມມີຄະນະບໍລິຫານງານພັກເມືອງ, ຄະນະພັກກອງບັນຊາການ ປກຊ-ປກສ ເມືອງ, ສະມາຊິກພັກສົມບູນທີ່ມີຕໍາແໜ່ງຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ທຽບເທົ່າຂຶ້ນໄປ ແລະ ຄະນະຮັບຜິດຊອບຂອງແຂວງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ປອ ຄໍາຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຕະຖານ, ເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 1. ຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນຊີ້ນໍາ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການ ທີ່ກຳນົດໄວ້ ໃນການທາບທາມບຸກຄະລາກອນ ເຂົ້າສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກແຂວງ ຕາມມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍເພດ-ເຜົ່າ, ພ້ອມທັງ ຮັບປະກັນໃຫ້ມີຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ຢ່າງສົມເຫດສົມຜົນ. ພ້ອມນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງ ທາບທາມບຸກຄະລາກອນເຂົ້າສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ IX ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິທຳ, ມີຄວາມຈິງໃຈ ຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫຼີກເວັ້ນການລົງຄະແນນສຽງທາບທາມ ໂດຍຂາດຄວາມຮັບຜິດຊອບ, ສວຍໂອກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີ ເຊິ່ງກັນ ແລະ ກັນ ຫຼື ມີທັດສະນະອື່ນໆທີ່ບໍ່ຖືກຕ້ອງ ເຊິ່ງຈະພາໃຫ້ເກີດມີການເສື່ອມເສຍຕໍ່ບົດບາດການນຳພາຂອງພັກ.
ໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍ່ໄດ້ພ້ອມກັນລົງຄະແນນສຽງບັດທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ IX ຮອບທີ 1.
ຂ່າວໂດຍ: ສຸລິສັກ ແສງສະຫວັດ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)