ແຂວງ ຜົ້ງສາລີ ຈັດກອງປະຊຸມເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນ ການສໍ້ລາດບັງຫລວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ

25/07/2025

ແຂວງ ຜົ້ງສາລີ ຈັດກອງປະຊຸມເຜີຍແຜ່ວຽກງານສະກັດກັ້ນ, ກວດກາ,  ສືບສວນ-ສອບສວນ ການສໍ້ລາດບັງຫລວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ

ວັນທີ 22 ກໍລະກົດ 2025 ຄະນະກວດກາພັກ-ອົງການກວດກາລັດ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນ ການສໍ້ລາດບັງຫລວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງໂດຍການເປັນປະທານ ຂອງທ່ານ ບຸນທະວີ ສໍສຸກັນ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ - ອົງການກວດກາລັດແຂວງຜົ້ງສາລີ, ມີທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມຕ້ານ ແລະສອບສວນການສໍ້ລາດບັງຫຼວງ ຈາກອົງການກວດກາແຫ່ງລັດ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ, ປະທານ, ຮອງປະທານກວດກາ ເມືອງບຸນເໜືອ, ກອງບັນຊາການ ປກຊ - ປກສແຂວງ, ອໍານວຍການໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ ຕະຫລອດຮອດພະນັກງານ ວິຊາການອອ້ມຂ້າງແຂວງເຂົ້າຮ່ວມ.ໃນກອງປະຊຸມ ທ່ານ ໂລ ອາຍິງ ຮອງປະທານກວດກາພັກ-ລັດແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ ຄະນະທິມງານມາຈາກກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ເຜີຍແຜ່ເອກະສານ ວຽກງານການສະກັດກັ້ນ ການສໍ້ລາດບັງຫລວງ; ການກວດກາ ການສໍ້ລາດບັງຫຼວງ ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ; ການສືບສວນ-ສອບສວນ ການສໍ້ລາດບັງຫລວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດ ບັງຫຼວງ; ການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ແຕ່ລະພາກສ່ວນກໍໄດ້ປະກອບຄຳເຫັນ ເພື່ອເປັນການແລກປ່ຽນບົດຮຽນຢ່າງກົງໄປ-ກົງມາຕໍ່ກັບວຽກງານສະກັດກັ້ນ ກວດກາ, ສືບສວນ-ສອບສວນການສໍ້ລາດ ບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດ ບັງຫລວງ ແລະ ການແຈ້ງຊັບສິນແຈ້ງລາຍຮັບ ຂອງພະນັກງານ ທີ່ເກີດຂຶ້ນຢູ່ໃນປັດຈຸບັນຢ່າງຟົດຟື້ນ. ພ້ອມນີ້ ທ່ານ ສູນທະລາ ເຂັມພິລາດ ກໍ່ໄດ້ຊີ້ແຈງ ແລະ ຕອບຂໍ້ຂ້ອງໃຈບາງບັນຫາ ທີ່ຜູ້ເຂົ້າຮ່ວມກອງປະຊຸມຍົກຂຶ້ນ ຢ່າງຈະແຈ້ງ ແລະ ເຂົ້າໃຈເລິກເຊິ່ງ.

ໃນຕອນທ້າຍກອງປະຊຸມທ່ານ ບຸນທະວີ ສໍສຸກັນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍທ່ານໄດ້ ເນັ້ນກ່ຽວກັບວຽກງານ ຕ້ານແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫລວງ. ເພື່ອໃຫ້ເອົາໃຈໃສ່ໃນການແກ້ໄຂບັນຫາການສໍ້ລາດບັງຫລວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫລວງ ແລະ ພ້ອມກັນຕິດຕາມ, ກວດກາການແຈ້ງຊັບສິນຂອງພະນັກງານໃຫ້ຖືກຕ້ອງຕາມຄວາມເປັນຈິງ.
ຂຽນຂ່າວ: ນາງ ຄອນຄໍາ ແສງເມືອງ ວິຊາການ ຂະແໜງກວດກາພັກ
ຄະນະກວດກາພັກແຂວງຜົ້ງສາລີ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)