ປະທານ ຄະນະກວດກາພັກ ເມືອງຈອມເພັດ ລົງຊຸກຍູ້ວຽກງານ ຕິດຕາມ, ກວດກາ ຢູ່ໜ່ວຍພັກຫ້ອງການສາທາລະນະສຸກເມືອງ

22/07/2025

ປະທານ ຄະນະກວດກາພັກ ເມືອງຈອມເພັດ ລົງຊຸກຍູ້ວຽກງານ ຕິດຕາມ, ກວດກາ ຢູ່ໜ່ວຍພັກຫ້ອງການສາທາລະນະສຸກເມືອງ

ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2025 ສະຫາຍ ສົມເພັດ ສຸຂະເສີມ ກໍາມະການປະຈໍາພັກເມືອງ, ປະທານຄະນະກວດກາ ພັກ-ລັດ ເມືອງຈອມເພັດ ແຂວງ ຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຕິດຕາມ, ກວດກາ ຢູ່ໜ່ວຍພັກຫ້ອງການສາທາລະນະສຸກເມືອງ. ເຊິ່ງໃຫ້ກຽດຕ້ອນຮັບໂດຍສະຫາຍ ສົມຊາຍ ບຸນທອງສີ ຮອງເລຂາໜ່ວຍພັກຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍຄະນະ

ໂອກາດນີ້ ສະຫາຍ ສົມຊາຍ ບຸນທອງສີ ລາຍງານສະພາບການນໍາພາ-ຊີ້ນໍາໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ບຸນເລີດ ບົວລະພັນ ກໍ່ໄດ້ຂຶ້ນເຜີຍແຜ່ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຜູ້ເຮັດວຽກງານກວດກາ ພ້ອມດຽວກັນນັ້ນກໍ່ຍັງໄດ້ຜ່ານດໍາລັດສະບັບເລກທີ 01/ລບ, ລົງວັນທີ 6 ມັງກອນ 2015 ຂອງລັດຖະບານ ວ່າດ້ວຍການຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ແລະ ຄໍາແນະນໍາຂອງທ່ານ ເຈົ້າເມືອງຈອມເພັດ ສະບັບເລກທີ 05/ຈມ-ຈພ, ລົງວັນທີ 26 ກຸມພາ 2025 ວ່າດ້ວຍການຕິດຕາມ ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີຢູ່ເມືອງຈອມເພັດ.
ໃນຕອນທ້າຍ ສະຫາຍ ສົມເພັດ ສຸຂະເສີມ ກໍ່ໄດ້ເປີດໂອກາດໃຫ້ບັນດາສະຫາຍ ສະມາຊິກພັກ ພາຍໃນໜ່ວຍພັກ ຫ້ອງການສາທາລະນະສຸກເມືອງ ມີຄຳເຫັນແລກປ່ຽນ ແລະ ຕອບຄໍາຊັກຖາມຂອງສະມາຊິກພັກຢ່າງກົງໄປກົງມາ, ພ້ອມນີ້ ກໍ່ມີຄໍາເຫັນຊີ້ນໍາ ໂດຍເນັ້ນໃຫ້ຄະນະພັກເອົາໃຈໃສ່ຕໍ່ວຽກງານຕິດຕາມ, ກວດກາ ຢ່າງເປັນປົກກະຕິ ແລະ ເກັບກໍາຂໍ້ມູນ, ຫຼັກຖານ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍ, ໜ້າທີ່, ຄວາມຮັບຜິດຊອບຂອງການຈັດຕັ້ງ ແລະ ບຸກຄົນ ຢູ່ໃນອົງການບໍລິຫານລັດ ເພື່ອພິຈາລະນາ, ຕີລາຄາ, ປະເມີນຜົນ, ພ້ອມທັງສະເໜີວິທີການ, ມາດຕະການ ແລະ ວິທີແກ້ໄຂຕາມແຕ່ລະຂັ້ນຕອນ ຫຼື ຕາມລະບຽບກົດໝາຍ.
ໂດຍ: ແສງສຸລີ ໄຊເຊັງຊີຖໍ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)