ຄະນະກວດກາພັກ, ອົງການກວດກາລັດແຂວງຊຽງຂວາງສໍາເລັດການ ຝຶກອົບຮົມວຽກງານກວດກາໃຫ້ຜູ້ເຮັດວຽກງານກວດກາເມືອງໜອງແຮດ

18/07/2025

ຄະນະກວດກາພັກ, ອົງການກວດກາລັດແຂວງຊຽງຂວາງສໍາເລັດການ ຝຶກອົບຮົມວຽກງານກວດກາໃຫ້ຜູ້ເຮັດວຽກງານກວດກາເມືອງໜອງແຮດ

ຄະນະກວດກາພັກ-ອົງການກວດກາລັດແຂວງຊຽງຂວາງ ຮ່ວມກັບ ອົງການປົກຄອງເມືອງໜອງແຮດຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ທີເຮັດວຽກງານກວດກາ ຢູ່ເມືອງໜອງແຮດ ໃນລະຫວ່າງວັນທີ 9-11 ກໍລະກົດ 2025 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 63 ທ່ານ, ຍິງ 10 ທ່ານ. ໃນນີ້, ປະກອບມີຄະນະຊີ້ນໍາຂັ້ນແຂວງ 2 ທ່ານ, ຄະນະຕິດຕາມຈາກຄະນະກວດກາພັກເມືອງ 4 ທ່ານ, ຄະນະຄູຝຶກຈາກຄະນະກວດກາພັກແຂວງ 8 ທ່ານ ແລະ ສໍາມະນາກອນເຂົ້າຮ່ວມທັງໝົດ 49 ທ່ານ ຍິງ 8 ທ່ານ ທີ່ມາຈາກບັນດາຫ້ອງການ ແລະ 2 ກອງບັນຊາການ ປກຊ-ປກສ ເມືອງໜອງແຮດ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນຈະໄດ້ຄົ້ນຄວ້າຮໍ່າຮຽນ ແລະ ຮັບຟັງການບັນຍາຍບົດຮຽນຈາກບັນດາຄູຝຶກທີ່ມາຈາກຄະນະກວດກາແຂວງທັງໝົດ 11 ບົດຄື: ວຽກງານຕິດຕາມຂອງພັກ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ; ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ ພະນັກງານ-ລັດຖະກອນເມື່ອມີການລະເມີດ; ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ; ການສ້າງເອກະສານ ສໍານວນ ແລະ ສໍາເນົາເອກະສານວຽກງານກວດກາ; ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ; ວຽກງານຄົ້ນຄ້ວາຄໍາຮ້ອງຟ້ອງ ຮ້ອງທຸກ ແລະ ຄໍາສະເໜີ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ; ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນ; ການແກ້ໄຂຜົນຂອງການກວດກາ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດຜົນຂອງການກວດກາ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ເອກະສານສໍາຄັນດັ່ງກ່າວນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ພ້ອມນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ແລະ ປະຊົບການຕົວຈິງຢ່າງກົງໄປກົງມາ, ແນໃສ່ເຮັດໃຫ້ວຽກງານກວດກາ, ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ.
ພາຍຫຼັງໄດ້ດໍາເນີນການຝຶກອົບຮົມວຽກງານກວດກາພັກ-ລັດ ມາເປັນເວລາ 3 ວັນ ກອງປະຊຸມຝຶກອົບຮົມກໍ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມຕາມລະດັບຄາດໝາຍທີ່ວາງໄວ້ໃນຕອນບ່າຍຂອງວັນທີ 11 ກໍລະກົດ 2025, ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ວັນໄຊ ກືຫວັ່ງເນັ່ງ ເລກຂາພັກເມືອງ ເຈົ້າເມືອງໜອງແຮດ. ພ້ອມນີ້ ທ່ານ ພອນສີ ພິລາວົງ ປະທານຄະນະກວດກາພັກ-ລັດເມືອງ ກໍ່ໄດ້ໂອ້ລົມຕໍ່ພິທີປິດຝຶກອົບຮົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງການຝຶກຮົມຮົມໃນຄັ້ງນີ້ ແລະ ເນັ້ນໃຫ້ນັກສຳມະນາກອນ ໃຫ້ເອົາໃຈໃສ່ນໍາເອົາເນື້ອໃນເອກະສານການຝຶກອົບຮົມໃນຄັ້ງນີ້ໄປຄົ້ນຄ້ວາຈັດຕັ້ງຜັນຂະຫຍາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ.
ຂ່າວໂດຍ ພອນໄຊ ນວນທາສິງ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)