18/07/2025
ໃນຕອນບ່າຍ ວັນທີ 14 ກໍລະກົດ 2025 ຢູ່ທີ່ຫອງປະຊຸມຄະນະກວດກາພັກ, ອົງການກວດກາລັດແຂວງ ບໍ່ແກ້ວ ໄດ້ໄຂກອງປະຊຸມດຳເນີນຊີວິດການເມືອ ທ້າຍສະໄໝ, ຕິດພັນກັບການທາບທາມບຸກຄະລາກອນຮອບທີ II ເພື່ອກະກຽມເປີດກອງປະຊຸມໃຫຍ່ໜ່ວຍພັກ ຄະນະກວດກາພັກ-ລັດແຂວງ ຄັ້ງທີ II, ໂດຍການເປັນປະທານຂອງ ສະຫາຍ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ, ເລຂາໜ່ວຍພັກ ຄະນະກວດກາພັກ-ລັດແຂວງ ບໍ່ແກ້ວ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ, ສະຫາຍ ສົມຄິດ ວົງປັນຍາ ກຳມະການພັກແຂວງ ຮອງປະທານກວດກາພັກ-ລັດແຂວງ ບໍ່ແກ້ວ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍພັກ ກວດກາພັກ-ລັດແຂວງ, ຄະນະຮັບຜິດຊອບຂັ້ນແຂວງ ເຂົ້າຮ່ວມ ຈຳນວນ 27 ສະຫາຍ, ຍິງ 11 ສະຫາຍ.

ໃນກອງປະຊຸມ ສະຫາຍ ສຸກຂະ ຫຼຽນທອງຄຳ ໄດ້ກ່າວເປີດກອງປະຊຸມ ແລະ ນຳພາດຳເນີນກອງປະຊຸມ,ຈາກນັ້ນໄດ້ຜ່ານ ຮ່າງບົດລາຍງານການເມືອງທັງ 2 ພາກ; ຮ່າງບົດສະຫຼຸບໄລຍະ 5 ປີ(2020-2024) ແລະ ທິດທາງແຜນການ 2025-2030 ແລະ ບົດສໍາຫຼວດການນໍາພາລວມ ຂອງໜ່ວຍພັກຄະນະກວດກາພັກ-ລັດແຂວງ ບໍ່ແກ້ວ ຕະຫຼອດໄລຍະ 5 ປີຜ່ານມາ, ປັດຈຸບັນໜ່ວຍພັກ ກວດກາພັກ-ລັດແຂວງ ບໍ່ແກ້ວ ມີຈຳນວນ ສະມາຊິກພັກ ທັງໝົດ 25 ສະຫາຍ, ຍິງ 11 ສະຫາຍ ໃນນັ້ນ ມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ. 

